ຈີນ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ເພີ່ມການ​ສະໜັບສະໜູນ​ປະ​ເທດ​ທີ່​ພວມ​ພັດທະນາ​​ໃຫ້ຫຼາຍຂຶ້ນ

(GMT+08:00) 2011-12-08 14:45:35     cri
ວັນ​ທີ 7 ທັນວາ​ນີ້, ທ່ານ​ວາງ​ມິນ, ຮອງ​ຜູ້​ຕ່າງ​ໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ກ່າວ​ໃນ​ກອງ​ປະຊຸມ​​ເຈລະຈາ​ລະດັບ​ສູງ​ກ່ຽວ​ກັບ​ບັນຫາ​ການ​ພັດທະນາ​ການ​ລະດົມ​ທຶນ​ຄັ້ງ​ທີ 5 ຂອງສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດວ່າ, ປະ​ເທດ​ທີ່​ພັດທະນາ​ແລ້ວ​ຄວນ​ສະ​ແດງ​ຄວາມ​ຈິງ​​ໃຈ, ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ, ສະ​ໜອງ​​ເງິນ​ທຶນ​ທີ່​ພຽງພໍ, ຍຶນຍົງ​ແລະ​ຄາດ​ຄະ​ເນ​ໄດ້​ໃຫ້​​ແກ່​ປະ​ເທດ​ທີ່​ພວມ​ພັດທະນາ. ທ່ານ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ເພີ່​ມທະວີ​ການ​ປະຕິ​ຮູບ​ລະບົບ​ການ​ທະນາຄານ​ສາກົນ, ສືບ​ຕໍ່​ເຮັດ​ໃຫ້​ຜູ້​ແທນຂອງ​ປະ​ເທດ​ທີ່​ພວມ​ພັດທະນາສາມາດ​ມີ​ສິດ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນຫຼາຍກວ່າ​ເກົ່າ​ໃນ​ການ​ແກ້​ໄຂ​ເສດຖະກິດ​ທົ່ວ​ໂລກ.

ທ່ານ​ວາງ​ມິນ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ທຳ​ຄວາມ​ພະຍາຍາມ​ໃນ​ດ້ານ​ຕ່າງໆ, ຄື: ໜຶ່ງ, ຮ່ວມ​ແຮງ​ປະສານ​ສົມທົບ​ກັນ, ຟື້ນ​ຟູ​ການ​ເຕີບ​ໂຕ​ແຂງ​ແຮງ, ຍືນ​ຍົງ​ແລະ​ສະ​ໝ່ຳສະ​ເໝີ​ກັນ​ຂອງ​ເສດຖະກິດ​ໂລກ​ໂດຍ​ໄວ, ສອງ, ​ເຕົ້າ​ໂຮມ​ເຈດ​ຈຳນົງ​ດ້ານການ​ເມືອງ, ສືບ​ຕໍ່​ຊຸກ​ຍູ້​ປະຕິບັດ "ຄວາມ​ເຫັນ​ເອກະສັນ​ກັນ​ມົນ​ເຕີ​ເຣ" ​ແລະ "ຖະ​ແຫຼງການ​ໂດ​ຮາ​ກ່ຽວ​ກັບ​ການ​ຫ້າງ​ຫາ​ທຶນ​ພັດທະນາ", ສາມ, ​ເພີ່ມ​ທະວີ​ການ​ແກ້​ໄຂ​ເສດຖະກິດ​ທົ່ວ​ໂລກ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ທີ່​ພວມ​ພັດທະນາ, ສີ່, ຫາລື​ຮູບ​ແບບ​ການ​ຫາງ​ຫາ​ທຶນ​​ແບບ​ໃໝ່​ບົນ​ພື້ນຖານ​ຍຶດໝັ້ນ​ຖື​ການ​ຊ່ວຍ​ເຫຼືອ​ການ​ພັດ​ທະ​ນາ​ຂອງ​ລັດ​ຖະ​ບານ​ເປັນ​ຕົ້ນຕໍ, ສຸດ​ທ້າຍ, ການ​ຊ່ວຍ​ເຫຼືອຈະ​​ໄດ້​ຮັບ​ຜົນດີ​ຕ້ອງ​ຢູ່​ບົນ​ພື້ນຖານ​ທີ່​ມີ​ເງິນ​ຊ່ວຍ​ເຫຼືອຢ່າງພຽງພໍ. ບໍ່​ຄວນເອົາ​ການ​ພົວພັນ​ຄູ່​ຮ່ວມ​ມື​ໃນ​ການ​ພັດທະນາ​ຂອງ​ທົ່ວ​ໂລກ​ກັບ​ການ​ຮ່ວມ​ມື​ໃຕ້-​ໃຕ້​ມາ​ກ່ຽວ​ພັນ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ