ກຳປູ​ເຈຍ​ຈະ​ພະຍາຍາມ​ປົກ​ປັກຮັກສາ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ອາຊຽນກັບ​ຈີນ

(GMT+08:00) 2011-12-08 10:30:18     cri
ວັນ​ທີ7​ທັນວາ​ນີ້, ຢູ່​ນະຄອນຫຼວງ​ພະນົມ​ເປັນ, ທ່ານ​ຮໍ​ນຳ​ຮົງ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ຮ່ວມມືສາກົນ​ກຳປູ​ເຈຍ​ກ່າວ​ວ່າ, ​ໃນ​ຖານະ​ເປັນ​ປະ​ເທດ​ປະທານ​ໝູນວຽນ​​ອາຊ​ຽນ​ໃນ​ປີ2012, ກຳປູ​ເຈຍ​ຈະ​ພະຍາຍາມ​ປົກ​ປັກ​ຮັກສາ​ມິ​ດຕະພາບ​ທີ່​​ເປັນມູນ​ເຊື້​ອ​ແລະ​ການ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມືລະຫວ່າງ​ອາຊ​ຽນກັບ​ຈີນ.

ທ່ານ​ຮໍ​ນຳ​ຮົງ​ກ່າວ​ຄວາມ​​ເວົ້ານີ້​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ພາຍຫຼັງ​ທ່ານ​ພົບ​ປະ​ກັບ​ທ່ານ​ຟິມບິນ​ມິນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ທີ່​ໄປ​ຢ້ຽມຢາມ. ທ່ານ​ໂຮ​ນຳ​ຮົງ​ກ່າວ​ວ່າ, ທ່ານ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກັບ​ທ່ານ​ຟິມບິນ​ມິນ ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງກຳປູ​ເຈຍ​ກັບຫວຽດນາມ, ກຳປູ​ເຈຍ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ອາຊ​ຽນ​ໃນ​ປີ2012​ແລະ​ບັນຫາ​ອື່ນໆ.

ທ່ານ​ຮໍນຳ​ຮົງ​ກ່າວ​ວ່າ, ​ໃນ​ຖານະ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ອາຊ​ຽນ, ກຳປູ​ເຈຍ​ຈະ​ເສີມ​ຂະຫຍາຍ​ບົດບາດ​ປະສານ​ງານ​ທີ່​ສຳຄັນ​ໃນ​ບັນຫາ​ທັງ​ໝົດ​ທີ່​ກ່ຽວຂ້ອງ​ກັບປະ​ເທດ​ອາຊ​ຽນ. ທ່ານ​ກ່າວ​ເນັ້ນ​ວ່າ, ກຳປູ​ເຈຍ​ຈະພະຍາຍາມ​ສຸດ​ຂີດ​ເພື່ອ​ປົກ​ປັກ​ຮັກສາ​ແລະ​ລົງ​ເລິ​ກການ​ພົວພັນມິດຕະພາບ​​ແລະ​ການ​ຮ່ວມ​ມື​ທີ່​ເປັນ​ມູນ​​ເຊື້ອລະຫວ່າງ​ອາຊ​ຽນກັບ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ