ຄະນະ​ລັດຖະບານ​ຊຸດ​ໃໝ່​ເອຢິບ​ສາບານ​ຕົວ​ຂຶ້ນ​ດຳລົງ​ຕຳ​ແໜ່​ງ

(GMT+08:00) 2011-12-08 15:23:32     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ7​ທັນວາ​ນີ້, ຢູ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ເອຢິບ, ຄະນະ​ລັດຖະບານ​ຊຸດ​ໃໝ່​ຂອງ​ເອຢິບ​ ​ໂດຍ​ແມ່ນ​ທ່ານ​ກາມາ​ນ ກັນ​ຊູຣີ ​ເປັນ​ນາຍົກລັດຖະມົນຕີ ​ໄດ້ສາບານ​ຕົວ​ຂຶ້ນ​ດຳລົງ​ຕຳ​ແໜ່​ງຢູ່​ຕໍ່ໜ້າ​ທ່ານ​ໂມ​ຮາ​ເມັດ ຮູ​ເຊ​ນ ຕັນ​ຕາ​ວີ ປະທານ​ຄະນະ​ກຳມະການ​ສູງ​ສຸດ​ກອງ​ປະກອບ​ອາວຸດ​ເອຢິບ.

ຄະນະ​ລັດຖະບານ​ຊຸດ​ໃໝ່​ຂອງ​ເອຢິບມີ​ລັດຖະມົນຕີຊຸດ​ເກົ່າ​ຈຳນວນ13​ທ່ານ ​ເຊັ່ນ ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ, ກະຊວງ​ການ​ຄ້າ​ກັບຕ່າງປະ​ເທດ​ແລະ​ອຸດສາຫະກຳ, ກະຊວງ​ໄຟຟ້າ​ແລະ​ພະລັງງານ, ການ​ກະຊວງ​ການ​ຜະລິດ​ອຸດສາຫະກຳ​ທະຫານ​ແລະລັດຖະມົນຕີ​ວ່າການ​ກະຊວງ​ວຽກງານ​ສາສະໜາດັ່ງ​ນີ້​ເປັນ​ຕົ້ນ​ຍັງໄດ້​ສືບ​ຕໍ່ດຳລົງ​ຕຳ​ແໜ່​ງຕໍ່​ໄປ. ນອກ​ນີ້, ຍັງ​ໄດ້​ເພີ່ມ​ຫຼາຍ​ກະຊວງ ​ເຊັ່ນ: ກະຊວງ​ການສະ​ສະໜອງ​ແລະ​ການ​ຄ້າ​ພາຍ​ໃນ​ປະ​ເທດ, ກະຊວງ​ວັດຖຸບູຮານ, ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ​ກະຊວງ​ປະກັນ​ໄພ​.

ວັນ​ທີ7​ທັນວາ​ນີ້, ຄະນະ​ກຳມະການ​ສູງ​ສຸດ​ກອງ​ປະກອບ​ອາວຸດ​ເອຢິບ​ຍັງ​ປະກາດ​ດຳລັດ, ຕົກລົງ​ມອບ​ສິດ​ປະທານາທິບໍດີ​ທັງ​ໝົດ​ໃຫ້​ນາຍົກລັດຖະມົນຕີ​ຜູ້​ໃໝ່​ຍົກເວັ້ນ​ແຕ່​ສິດ​ອຳນາດ​ດ້ານ​ຕຸລາ​ການ​ແລະ​ວຽກ​ງານ​ກອງທັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ