ໃບສັ່ງ​ຊື້ຍົນ​ໂດຍສານ​​C919ຂອງ​ຈີນ​ເພີ່ມຕື່ມ​ອີກ20 ລຳ

(GMT+08:00) 2011-12-09 12:20:30     cri
ວັນ​ທີ8 ທັນວາ​ນີ້,ບໍລິສັດ​ຜະລິດຍົນ​ການ​ຄ້າ​​ຈີນຈຳກັດ​ໄດ້​ເປີດ​ເຜີຍຕໍ່​ສື່​ມວນ​ຊົນ​ວ່າ,ມື້​ດຽວ​ກັນ,ບໍລິສັດ​ໄດ້​ລົງ​ນາມ​ໃນ​ສັນຍາ​ສັ່ງຊື້​ຍົນ​​ໂດຍສານ​​ C919 ຕື່ມ​ອີກ20 ລຳ. ຮອດ​ປະຈຸ​ບັນ,ຍົນ​ໂດຍສານ​ C919​ຂອງ​ຈີນ​ໄດ້​​​ເພີ່ມ​​ໃບສັ່ງ​ຊື້​ຂຶ້ນ​ເປັນ 215 ລຳ.ນີ້​ແມ່ນ​ໃບ​ສັ່ງ​ຊື້​ຍົນ​ໂດຍສານ​C919​​ເປັນ​​ເທື່ອ​ທີ4ນັບ​ແຕ່​ເດືອນ​ຕຸລາ ປີ​ນີ້​ເປັນ​ຕົ້ນ​ມາ.ຍົນ​ໂດຍສານ​C919ແມ່ນ​ຍົນ​ໂດຍສານ​​​ທີ່​ມີ​ບ່ອນ​ນັ່ງ​ຄົນ​ໂດຍ ສານ150ບ່ອນ​ນັ່ງຊື່​ງ​ແມ່ນ​ຈີນ​ເປັນ​ຜູ່​ຜະລິດໂດຍ​ຕົນ​ເອງ.ຕາມ​ແຜນການ​ແລ້ວ,ຍົນ​ໂດຍສານ​ຊະນິດນີ້​ຈະ​ໄດ້​ສຳ​ເລັດ​ການ​ທົດລອງ​ບິນ​ແລະ​ຮັບ​ໃບ​ອະນຸມັດ​​ເຂົ້າ​ສູ່ຕະຫຼາດ​ໃນ​ປີ 2016.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ