ລາວ​ເລື່ອນ​ເວລາ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ໄຊ​ຍະ​ບູລີ

(GMT+08:00) 2011-12-09 10:40:24     cri
ຕາມ​ຂ່າວ​ຈາກ​ໜັງສືພິມ​ປະຊາຊົນ​ລາຍ​ວັນຂອງ​ຈີນ: ວັນ​ທີ8ທັນວາ​ນີ້, ຂ່າວສານ​ຣອຍເຕີ​ຂອງ​ອັງກິດ​ໄດ້​ລາຍ​ງານ​ຂ່າວ​ວ່າ, ລາວ​ຈະ​ເລື່ອນ​ເວລາ​ປະຕິບັດ​ແຜນ​ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າຕາມລຳ​ແມ່​ນ້ຳຂອງທີ່​ແຂວງ​ໄຊ​ຍະ​ບູລີ​ແລະ​ຈະ​ມີ​ການ​ຕັດສິນ​ໃຈຫຼັງ​ຈາກ​ປະກາດ​ຜົນ​ການ​ປະ​ເມີນ​ຜົນກະທົບ​ທາງ​ສິ່ງ​ແວດ​ລ້ອມ​ທີ່​ຮັບຜິດ​ຊອບ​ໂດຍ​ຍີ່ປຸ່ນ. ລັດຖະ​ມົນຕີ​ວ່າການ​ກະຊວງ​ສິ່ງ​ແວດ​ລ້ອມ​ຂອງ​4ປະ​ເທດ, ຄື ລາວ, ​ໄທ, ກຳປູ​ເຈຍ​ແລະ​ຫວຽດນາມ​ພົບ​ປະ​ເຈລະຈາ​ຢູ່​ຊຽມຣຽບ​ຂອງ​ກຳປູ​ເຈຍ​ແລ້ວ, ​ໄດ້​ປະກາດ​ເລື່ອງ​ນີ້​ຕໍ່​ພາຍ​ນອກ.

ເຂື່ອນ​ໄຟຟ້າໄຊ​ຍະ​ບູລີ​ໄດ້​ຮັບ​ການ​ລົງທຶນ​3ຕື້500ລ້ານ​ໂດ​ລາ, ສ່ວນ​ຫຼາຍ​ເປັນ​ເງິນທຶນ​ຂອງ​ໄທ, ຫຼັງ​ຈາກ​ສ້າງ​ສຳ​ເລັດ​ແລ້ວ​ໄຟ​ຟ້າ95%ຈະ​ສົ່ງ​ໄປ​​ສູ່​ໄທ. ​ແຕ່​ຍ້ອນ​ຄວາມ​ວິຕົກ​ກັງວົນ​ຕໍ່​ບັນຫາ​ສິ່ງ​ແວດ​ລ້ອມ, ​ແຜນການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ໄຊ​ຍະ​ບູລີ​ຈຶ່ງຖືກ​ເລື່ອນ​ເວລາ​ອອກ​ໄປ​ເລື້ອຍໆ. ຜູ້​ສະໜັບ​ສະໜູນ​​ແຜນການ​ນີ້​ກ່າວ​ວ່າ, ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​​ດັ່ງກ່າວຈະ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ປະ​ເທດ​ທີ່​ທຸກ​ຍາກທີ່​ສຸດ​ໃນ​ອາຊີ​ອາຄະ​ເນ. ​ແຕ່​ຜູ້​ຄັດ​ຄ້ານ​ກໍ່​ກ່າວ​ວ່າ, ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ດັ່ງກ່າວ​ຈະ​ສ້າງ​ຜົນ​ກະທົບ​ອັນ​ໜັກໜ່ວງ​ຕໍ່​ສິ່ງ​ແວດ​ລ້ອມ​ຢູ່​ລ້ອງ​ແມ່​ນ້ຳຂອງ, ​ໂດຍ​ສະ​ເພາະ​ແມ່ນ​ຜົນ​ກະທົບ​ຕໍ່​ຊາວ​ປະມົງ​ຂອງ​ກຳປູ​ເຈຍ​ແລະ​ຫວຽດນາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ