ຜູ້​ແທນ​ຈີນ​ຮຽກ​ຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຈົ່ງ​ຮັບ​ຟັງສຽງ​ຮຽກຮ້ອງ​ຂອງ​ປະ​ເທດ​ທີ່​ພວມ​ພັດທະນາ

(GMT+08:00) 2011-12-09 10:47:49     cri
ວັນ​ທີ8ທັນວາ​ນີ້, ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ປະຊາ​ທິປະ​ໄຕ​ບາ​ຫຼີຄັ້ງ​ທີ4​ໄດ້​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ, ​ແລະ​ຈະ​ດຳ​ເນີນ​ເປັນ​ເວລາ2ວັນ. ​ໃນ​ກອງ​ປະຊຸມເວທີ​ປຶກສາ​ຫາລື​ດັ່ງກ່າວ, ທ່ານ​ຕົງ​ຢຸນຫູ, ຮອງ​ຫົວ​ໜ້າ​ຫ້ອງການ​ຖະ​ແຫຼງ​ຂ່າວ​ລັດ​ຖະບານ​ຈີນ​ກ່າວ​ວ່າ, ​ໃນ​ເວລາ​ສົ່ງ​ເສີມ​ປະຊາ​ທິປະ​ໄຕ, ປະຊາ​ຄົມ​ໂລກ​ຄວນ​ຮັບ​ຟັງສຽງ​ຮຽກຮ້ອງ​ຂອງ​ປະ​ເທດ​ທີ່​ພວມ​ພັດ​ທະນາ​ໃຫ້​ຫຼາຍຂຶ້ນ.

ທ່ານ​ຕົງ​ຢຸນຫູ​ກ່າວ​ວ່າ, ​ໃນສະ​ພາບ​ທີ່​ປະ​ເທດ​ທີ່​ພັດທະນາ​ແລ້ວ​ຈຳນວນ​ໜ້ອຍ​ໜຶ່ງ​ໄດ້​ຜູກຂາດສິດ​ປະກອບຄຳ​ຄິດ​ຄຳ​ເຫັນ​ແລະ​ສິດ​ອະທິ​ບາຍ​ກ່ຽວ​ກັບ​ປະຊາທິປະ​ໄຕ​ນັ້ນ​ແມ່ນ​ບໍ່​ສອດ​ຄ່ອງ​ກັບ​ຈິດ​ໃຈ​ປະຊາ​ທິປະ​ໄຕ. ​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ​ທີ່​ປະ​ເທດ​ພວມ​ພັດທະນາ​ອັນກວ້າງ​ຂວາງ​ໄດ້​ທຳ​ຄວາມ​ພະຍາ​ຍາມ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ຊອກ​ຫາ​ຮູບ​ແບບ​ປະຊາ​ທິປະ​ໄຕ​ທີ່​ແທດ​ເໝາະ​ກັບ​ຄວາມ​ເປັນຈິງ​ຂອງ​ຕົນ. ບາງ​ປະ​ເທດ​ທີ່​ຈະ​ເລີນ​ໃໝ່​​ເລີ່​ມຈາກ​ຄວາມ​ຕົວ​ຈິງ​ຂອງ​ຕົນ, ຕັ້ງ​ໜ້າ​ຖອດ​ຖອນ​ບົດຮຽນ​ທີ່​ດີ​ຈາກ​ປະ​ເທດ​ທີ່​ພັດທະນາ​ແລ້ວ, ພະຍາ​ຍາມ​ຊອກ​ຄົ້ນ​ຫາເສັ້ນ​ທາງ​ແລະ​ຮູບ​ແບບ​ພັດ​ທະ​ນາ​ປະຊາ​ທິປະ​ໄຕ​ທີ່​ມີ​ຈຸດ​ພິ​ເສດ​ຂອງ​ຕົນ​ໃນ​ຂະ​ບວນການ​ຊຸກ​ຍູ້​ການ​ພັດທະນາ​ກ້າວ​ສູ່​ທັນ​ສະ​ໄໝ, ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ພົ້ນ​ເດັ່ນ.

ທ່ານ​ຕົງ​ຢຸນຫູ​ຍັງ​ໄດ້​ແນະນຳ​ບົດຮຽນ​ການ​ກະທຳຂອງ​ຈີນ​ໃນ​ການ​ສ້າງສາ​ທາງ​ການ​ເມືອງ​ປະຊາ​ທິປະ​ໄຕ. ທ່ານ​ກ່າວ​ວ່າ, ການ​ພັດ​ທະນາ​ປະຊາ​ທິປະ​ໄຕ​ຕ້ອງ​ກຳ​ແໜ້ນ​ທາດ​ແທ້​ຂອງ​ປະຊາທິປະ​ໄຕ, ລັດຖະບານ​ຄວນຕອບ​ສະໜອງ​ຄວາມ​ປາຖະໜາ​ຂອງ​ປະຊາ​ຊົນ, ປະຕິບັດ​ວຽກ​ງານ​ຕາມ​ຄວາມ​ປາຖະ​ໜາ​ແລະ​ຄວາມ​ຮຽກ​ຮ້ອງ​ຂອງ​ຄົນ​ສ່ວນ​ຫຼາຍ; ການ​ພັດທະ​ນາ​ປະຊາ​ທິປະ​ໄຕ​ຕ້ອງ​ຢືນ​ຢູ່​ບົນ​ຄວາມ​ເປັນຈິງ​ຂອງ​ປະ​ເທດ​ຕົນ, ຊອກ​ຄົ້ນ​ຮູບ​ແບບ​ພັດທະ​ນາ​ການ​ເມືອງ​ທີ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ປະ​ເທດ​ຕົນ; ການ​ພັດ​ທະນາ​ປະຊາ​ທິປະ​ໄຕ​ຕ້ອງ​ຍຶດໝັ້ນ​ການ​ປະຕິ​ຮູບ​ແລະ​ປະດິດ​ສ້າງ​ໃໝ່, ຂະຫຍາຍ​ຕົວ​ເທື່ອ​ລະ​ກ້າວ​ແລະ​ເປັນ​ລະ​ບຽບ​ຮຽບຮ້ອຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ