ຈີນ​ລາວ​ຮ່ວມ​ກັນ​ກວດຕັ້ຫຼັກ​ໝາຍຊາຍ​ແດນ​ເລກທີ7ທີ່​ປັກ​ໃໝ່​ເປັນ​ຄັ້ງ​ທຳ​ອິດ​

(GMT+08:00) 2011-12-09 10:56:14     cri
ວັນ​ທີ8ທັນວາ​ນີ້, ພິທີ​ຈີນ​ລາວ​ຮ່ວມ​ກັນ​ກວດ​ຫຼັກ​ໝາຍ​ຊາຍ​ແດນ​ເລກທີ7ທີ່​ປັກ​ໃໝ່​ເປັນ ​ຄັ້ງ​ທຳ​ອິດ​ໄດ້ຈັດ​ຂຶ້ນ​ຢູ່​ເມືອງ​ຈ່ຽງ​ເສີງ​ນະ​ຄອນ​ພູ​ເອີ​ແຂວງ​ຢຸນນານ​ຈີນ.

ເຈົ້າ​ໜ້າ​ທີ່ການ​ນຳ​ລະດັບ​ຕ່າງໆ​ຂອງ​ນະຄອນ​ພູ​ເອີ, ທ່ານ​ທອງ​ເສັດ ​ແ​ສງ​ວົງ, ຮອງ​ເລຂາ​ຄະນະ​ພັກ, ກຳມະ​ການ​ການ​ເມືອງ​ທັງ​ເປັນ​ຫົວໜ້າ​ກອງ​ບັນຊາ​ການ​ການ​ທະຫານ​ແຂວງຜົ້ງ​ສາລີ​ພ້ອມ​ຄະນະ​ຜູ້​ແທນ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານ​ໃຫ້​ແກ່​ການ​ປັກ​ຫຼັກໝາຍ​ຊາຍ​ແດນ​ເລກທີ7ຕາມ​ຊາຍ​ແດນ​ຈີນ​ລາວ. ທ່ານ​ທອງ​ເສັດ ​ແສງ​ວົງ​ກ່າວ​ວ່າ, ການ​ປັກ​ຫຼັກ​ໝາຍຊາຍ​ແດນ​ໃໝ່​ເລກທີ7​ເປັນ​ຜົນງານ​ທີ່​ເປັນໜ້າ​ປະ​ທັບ​ໃຈ. ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງການ​ພົວພັນ​ທີ່​ນັບ​ມື້​ນັບ​ໃກ້ຊິດ​ກວ່າ​ເກົ່າ​ລະຫວ່າງ​ນະຄອນ​ພູ​ເອີ​ຈີນ​ກັບ​ແຂ​ວງຜົ້ງ​ສາລີ​ຂອງ​ລາວ, ທັງ​ເປັນ​ສັກຂີ​ພິຍານ​ທາງ​ປະຫວັດສາດ​ແຫ່ງ​ການ​ໄປມາຫາສູ່​ກັນ​ດ້ວຍ​ໄມຕີ​ຈິດ​ມິດຕະ​ພາບ​ລະຫວ່າງ​ສອງ​ລັດ​ແລະ​ປະຊາຊົນ​ສອງ​ຊາດ. ​ໄດ້​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ສອງ​ປະ​ເທດ​ຈີນ​ລາວ​ໃນ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ແລະປົກ​ປັກ​ຮັກສາ​ປະ​ເທດ​.

ປີ​ນີ້​ແມ່ນ​ຈີນ​ລາວ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄອບ​ຮົບ50ປີ, ວຽກ​ງານ​ກວດ​ຊາຍ​ແດນ​ຈີນ​ລາວ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ​ແລະ​ມີ​ຜົນສຳ​ເລັດ​ລົງ​ຢ່າງ​ຈົບງາມ, ມີ​ຄວາມ​ໝາຍ​ປະຫວັດ​ສາດ​ອັນ​ສຳຄັນ​ຕໍ່​ການ​ຊຸກ​ຍູ້​ແລະ​ປັບປຸງ​ການ​ພົວພັນ​ໄມຕີ​ຈິດ​ມິດຕະ​ພາບ​ລະຫວ່າງ​ສອງ​ປະ​ເທດ​ຈີນ​ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ