ກອງ​ປະຊຸມ​ສຸດ​ຍອດEUຕົກລົງ​ສ້າງ​ສົນທິສັນຍາ​ໃໝ່​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການ​ປະ​ຕິ​ບັດ​ລະ​ບຽບ​ວິ​ໄນ​ທາງ​ດ້ານ​ການ​ເງິນ

(GMT+08:00) 2011-12-09 15:23:52     cri
ທ່ານ​ແຮັກ​ມານ ວັນ ຣົມປຸຍ ປະທານ​ຖາວອນ​ສະຫະພາບ​ເອີ​ລົບປະກາດ​ໃນຕອນ​ຂ້ອນ​ແຈ້ງ​ວັນ​ທີ9​ທັນວາ​ນີ້​ວ່າ,ຜູ່​ນຳ​ປະ​ເທດ​ສະມາຊິກ​ສະ​ຫະ​ພາບ​ເອີ​ລົບ​ເຫັນ​ດີ​ໃນກາ​ນສ້າງ​ສົນທິສັນຍາ​ສະບັບໃໝ່​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການ​ປະຕິບັດ​ລະບຽບວິ​ໄນ​ດ້ານ​ການ​ເງິນ​ເພື່ອຫຼີກ​ລ່ຽງບໍ່​ໃຫ້​ວິ​ກິດ​ການ​ໜີ້​ສິນ​ເກີດ​ຂຶ້ນ​ອີກ.

ສົນທິສັນຍາ​ໃໝ່​ສະບັບ​ນີ້​ນອກຈາກ​ເໝາະ​ສົມ​ໃນ​ການ​ນຳໃຊ້​ກັບ17​ປະ​ເທດ​​ສະມາຊິກໃນ​ເຂດ​​ໃຊ້​ເງິນ​ເອີ​ໂຣ​ແລ້ວ,ຍັງ​ເປັນ​ການ​ເປີກ​ວ້າງ ​ຕໍ່​ປະ​ເທດ​ສະມາຊິກ​ສະ​ຫະ​ພາບ​ເອີ​ລົບ​ທີ່​ບໍ່​ຢູ່​ໃນ​ເຂດ​ໃຊ້​ເງິນ​ເອີ​ໂຣ,​​ແລະໄດ້​ຢືນຢັນ​ແລ້ວ​ວ່າ​ມີ6​ປະ​ເທດ​ຍິນ​ດີ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ໃໝ່.

ພາຍຫຼັງ​ກອງ​ປະຊຸມ,ທ່ານ​ນີ​ໂຄ​ລັສ ຊາ​ໂກ​ຊີ ປະທານາທິບໍດີ​ຝະຣັ່ງ​ເຜີຍ​ໃຫ້​ຮູ້​ວ່າ,​ເນື່ອງ​ຈາກ​ວ່າ​ເງື່ອນ​ໄຂ​ເພີ່ມ​ເຕີມ​ທີ່​ທ່ານ​ເດ​ວິດ ຄາ​ເມຣອນ ນາຍົກລັດຖະມົນຕີອັງກິດ​ສະ​ເໜີ​ອອກ​ຢູ່​ທີ່​ປະຊຸມນັ້ນ​ແມ່ນ​ບໍ່​ສາມາດ​ຮັບ​ເອົາ​ໄດ້,ສະ​ນັ້ນ,ຈິ່ງ​ຈຳ​ເປັນ​ຕ້ອງ​ປະ​ຖິ້ມ​ຈຸດ​ປະ​ສົງ​ໃນ​ເບື້ອງ​ຕົ້ນ​ທີ່​ຢາກ​ດັດ​ແກ້​ສົນ​ທິສັນຍາ​ລິ​ສບອນ,​ເພາະວ່າ​ກາ​ນດັດ​ແກ້​ສົນທິສັນຍາ​ລິ​ສບອນ​ຕ້ອງ​ໄດ້​ຜ່ານ​ການ​ອະນຸມັດ​ຈາກ​ປະ​ເທດ​ສະມາຊິກ​ທັງ​ໝົດ27​ປະ​ເທດ​ຂອງ​ສະຫະ​ພາບ​ເອີ​ລົບ.

ຕາມ​ສົນທິສັນຍາ​ສະບັບໃໝ່​,ຈະ​ປະຕິບັດ​ລະບຽບ​ວິ​ໄນ​ດ້ານ​ການ​ເງິນ​ທີ່​ເຂັ້ມ​ງວດ​ກວ່າ​ເກົ່າ​ຕໍ່​ປະ​ເທດ​​ໃນ​ເຂດ​ໃຊ້​ເງິນ​​ເອີ​ໂຣພ້ອມ​ດ້ວຍ​ປະ​ເທດສະມາ​ຊິກ​ອື່ນໆ​ຂອງ​ສະຫະພາບ​ເອີ​ລົບ​ທີ່​ຍິນ​ດີ​ເຂົ້າ​ຮ່ວມ​ໃນ​ສົນທິສັນຍາສະບັບ​ໃໝ່,​ເຊັ່ນວ່າ,ກຳນົດ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ຕ້ອງ​ຈັດ​ເອົາ​ເນື້ອ​ໃນ​ກ່ຽວ​ກັບ​ການ​ບັນຈຸ​ໃຫ້​ງົບປະມານ​ມີ​ຄວາມ​ດຸນ​ດ່ຽງ​ກັນ​ນັ້ນ​ບັນລຸ​ໄວ້​ໃນ​ລັດຖະທຳ​ມະນູນ,ປະ​ເທດ​ທີ່​ກ່ຽວຂ້ອງ​ຕ້ອງ​ຍື່ນ​ແຜນ​ງົບປະມານ​ໃຫ້​ຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ລົບ​ເພື່ອ​ສຳ​ຫຼວດກວດກາ,ຕໍ່​ປະ​ເທດ​ທີ່​ລະ​ເມີດ​ລະບຽບ​ວິ​​ໄນ​ດ້ານ​ການ​ເງິນ​ນັ້ນ​ຈະ​ຖືກລົງ​ໂທດ​ໂດຍ​ອັດຕະ​ໂນ​ມັດ​ແລະ​ອື່ນໆ.

ນອກຈາກ​ມ​າດຕະການ​ປະຕິ​ຮູບ​ໃນ​ໄລຍະ​ຍາວກ່ຽວ​ກັບ​ການ​ເພີ່​ມຄວາມ​ເຂັ້ມ​ງວດ​ໃນ​ການ​ປະຕິບັດ​ລະ​ບຽບວິ​ໄນ​ດ້ານ​ການ​ເງິນ​ແລ້ວ,ປະ​ເທດ​ໃນ​ເຂດ​ໃຊ້​ເ​ງິນ​ເອີ​ໂຣຍັງ​ຈະ​ລະດົມ​ທຶນ200​ຕື້​​ເອີ​ໂຣ​ເພື່ອ​ສະໜອງ​ໃຫ້​ອົງການ​ກອງ​ທຶນ​ເງິນຕາ​ສາກົນ​ຫຼືIMF​ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດ​ໃນ​ເຂດ​​ໃຊ້​ເງິນ​ເອີ​ໂຣຮັບ​ມື​ກັບ​ວິ​ກິດ​ການ​ໜີ້​ສິນພາກ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ