ໃນ​ໄລຍະ10​ປີ​ທີ່ຈີນ​ເຂົ້າ​ເປັນ​ສະ​ມາ​ຊິກ​WTO​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຢ່າງ​ຫຼວງ​ຫຼາຍ​ໄປ​ໃຫ້​ປະ​ເທດ​ອື່ນໆ

(GMT+08:00) 2011-12-09 16:19:29     cri
ເນື່ອງ​ໃນ​ໂອ​ກາດ​ວັນ​ລະ​ລຶກຈີນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຫຼືWTOຄົບຮອບ10​ປີ​ໃກ້​ຈະ​ວຽນມາ​ເຖິງ,ທ່ານ​ຫຼົງ​ຢົງ​ຖູ ອະດີດ​ຫົວໜ້າ​ຜູ່​ຕາງໜ້າ​ເຈລະຈາ,ອະດີດ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ເສດຖະກິ​ດການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ກ່າວ​ວ່າ,​ໃນ​ເວລາຈີນ​ເຂົ້າ​ເປັນ​ສະມາຊິກWTO​ເປັນ​ເວລາ10​ປີ​ຜ່ານ​ມາ​ນີ້,ການ​ເປີດ​ປະຕູ​ສູ່ພາຍ​ນອກ​ໄດ້​ເຮັດ​ໃຫ້​ຈີນ​ກາຍ​ເປັນ​ຜູ່​​ໄດ້​ຮັບຜົນ​ປະ​ໂຫຍ​ດ,​ແລະ​ກໍ່​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຢ່າງ​ຫຼວງ​ຫຼາຍ​ໄປ​ໃຫ້​ປະ​ເທດ​ອື່ນໆ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ເມື່ອບໍ່​ດົນມາ​ນີ້,ທ່ານ​ຫຼົງ​ຢົງ​ຖູ​ກ່າວ​ວ່າ,ພາຍຫຼັງ​ເຂົ້າ​ເປັນ​ສະມາຊິ​ກ WTO​​ແລ້ວ,​ເວົ້າ​ໃນ​ລະດັບ​ໃດ​ໜຶ່ງ​ແລ້ວ,ຈີນ​ເປັນ​ຜູ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ໝູ່,​ແຕ່​ນີ້​ແມ່ນ​ຍ້ອນ​ວ່າ​ຈີນ​ໄດ້​ປະຕິບັດ​ນະ​ໂຍບາຍ​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ກວ້າງ​ຂວາງ​ທີ່​ສຸດ,ຫາກ​ບໍ່​ແມ່ນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຍ້ອນ​ເສຍ​ສະ​ຫຼະ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ອື່ນ.​ໃນ​ຂະນະ​ທີ່​ຕົນ​ເອງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນັ້ນ,ຈີນ​ກໍ່​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ອື່ນໆ​ເຊັ່ນ​ດຽວ​ກັນ,ຕົວຢ່າງ​ວ່າ​ປະຈຸ​ບັນ,ມູນ​ຄ່າ​ການ​ນຳ​ເຂົ້າ​ສິນ​ຄ້າ​ຂອງ​ຈີນ​ໄດ້​ຫຼາຍ​ກວ່າ​1000​ຕື້​ໂດ​ລາ​ຕໍ່​ປີ,​ຊຶ່ງ​ໄດ້​ສ້າງ​ຕະ​ຫຼາດ​ອັນ​ໃຫຍ່​ຫຼວງ​ພໍ​ສົມ​ຄວນ​ໃຫ້​ທົ່ວ​ໂລກ.​ບວກ​ກັບ​ວິ​ສາ​ຫະ​ກິດ​ຈີນ​ໄປ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,​ກໍ່​ໄດ້​ນຳ​ເອົາ​ເງິນ​ທຶນ​ແລະ​ໂອ​ກາດ​ການ​ປະ​ກອບ​ອາ​ຊີບ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ຕ່າງ​ປະ​ເທດ.

ທ່ານ​ຫຼົງ​ຢົງ​ຖູ​ຍັງ​ຊີ້​ອອກ​ວ່າ,​ຈີນ​ເຂົ້າ​ເປັນ​ສະ​ມາ​ຊິກ​WTO​ເປັນ​ເວລາ10​ປີ​ຜ່ານ​ມາ,ຜົນ​ສະ​ທ້ອນ​ຈາກ​ຄວາມ​ຂັດ​ແຍ່ງ​ດ້ານ​ການ​ຄ້າ​ຖືກ​ເວົ້າ​ເກີນ​ຄວາມ​ຈິງ,​ໃນ​ເວລາ​ພັດ​ທະ​ນາ​ເສດ​ຖະ​ກິດ,​ຈີນ​ກໍ່​ໄດ້​ເສຍ​ຄ່າ​ທົດ​ແທນ​ຈຳ​ນວນ​ໜຶ່ງ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ​ທີ່​ບໍ່​ສາ​ມາດ​ຫຼີກ​ລ່ຽງ​ໄດ້.​ແຕ່​ທ່ານ​ຫຼົງ​ຢົງ​ຖູ​ກ່າວ​ເນັ້ນ​ວ່າ,​ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ WTO​ແມ່ນ​ລະ​ບຽບ​ການ​ແລະ​ການ​ເປີດ​ປະ​ຕູ​ສູ່​ພາຍ​ນອກ,​ສະ​ນັ້ນ,​ພຽງ​ແຕ່​ເພີ່ມ​ເນື້ອ​ໃນ​ອັນ​ໃໝ່​ເຂົ້າ​ໃນ​ດ້ານ​ນີ້​ໃຫ້​ເພີ່ມ​ຫຼາຍ​ຂຶ້ນ​ເລື້​ອຍໆ,​ຜົນ​ປະ​ໂຫຍດ​ຈາກ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​WTO​ກໍ່​ຈະ​ມີ​ຢູ່​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ