ຈີນ​ຄັດຄ້ານ​ສົງຄາມ​ອິນ​ເຕີ​ເນັດ​ແລະ​ການ​ແຂ່ງຂັນ​ກຳລັງຮົບທາງ​ອິນ​ເຕີ​ເນັດ

(GMT+08:00) 2011-12-09 16:41:55     cri
ເວທີ​ປຶກສາ​ຫາລື​ອິນ​ເຕີ​ເນັດ​ຈີນ​-ອາ​ເມ​ລິ​ກາ​ຄັ້ງ​ທີ5​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ7​ຫາ​ວັນ​ທີ8​ທັນວາ​ນີ້​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນຂອງ​ອາ​ເມ​ລິ​ກາ.ຜູ່​ຕາງໜ້າ​ຈີນ​ກ່າວຢ້ຳ​ຫຼັກ​ໝັ້ນ​ຢ່າງ​ຈະ​ແຈ້ງວ່າ,ຈີນ​ຄັດຄ້ານ​ສົງຄາມ​ອິນ​ເຕີ​ເນັດ​ແລະ​ການ​ແຂ່ງຂັນ​ກຳ​ລັງ​ຮົບ​ທາງ​ອິນ​ເຕີ​ເນັດ​ດ້ວຍ​ທຸກ​ຮູບ​ແບບ.

ໃນ​ເວລາ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຢູ່​ໃນ​ເວທີ​ປຶກສາ​ຫາລື​ໃນ​ຄັ້ງ​ນີ້,ທ່ານ​ສຽນ​ສ້ຽວ​ຊຽນ​ຮອງ​ຫົວ​ໜ້າ​ຫ້ອງ​ການ​ຂໍ້​ມູນ​ຂ່າວ​ສານ​ອິນ​ເຕີ​ເນັດ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,​ຈີນ​ຄັດ​ຄ້ານ​ຕໍ່​ຕ້ານ​ທາງ​ອິນ​ເຕີ​ເນັດ​ຂອງ​ແຮັກ​ເກີ​ດ້ວຍ​ທຸກ​ຮູບ​ແບບ,​ຄັດ​ຄ້ານ ສົງ​ຄາມ​ອິນ​ເຕີ​ເນັດ​ແລະ​ການ​ແຂ່ງ​ຂັນ​ກຳ​ລັງ​ຮົບ​ທາງ​ອິນ​ເຕີ​ເນັດ​ດ້ວຍ​ທຸກ​ຮູບ​ແບບ.ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ​ເຊິ່ງ​ລວມ​ທັງ​ອາ​ເມ​ລິ​ກາ​ເພື່ອ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ.

ທ່ານ​ໂຣ​ເບີດ​ໂຮ​ມັສ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ທີ່​ເຂົ້າ​ຮ່ວມ​ເວທີ​ປຶກ​ສາ​ຫາລື​ໃນ​ຄັ້ງ​ນີ້​ກ່າວ​ວ່າ,ຫວັງ​ໃຫ້​ສອງ​ປະ​ເທດ​ອາ​ເມ​ລິ​ກາ-ຈີນ​ສືບ​ຕໍ່​ດຳ​ເນີນ​ການ​ສົນ​ທະ​ນາ​ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ອິນ​ເຕີ​ເນັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ