ຜູ່​ຕາງໜ້າ​ຂັ້ນ​ສູງຂອງ​ພັກ​ການ​ເມືອງ​ຈີນ​ອາ​ເມ​ລິ​ກາ​ກ່າວ​ວ່າ​ຈະ​ສືບ​ຕໍ່​ຮັກສາ​ການ​ພົວພັນກັນຢ່າງ​ໃກ້ຊິດ

(GMT+08:00) 2011-12-09 18:18:21     cri
ການ​ສົນທະນາ​ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງພັກ​ການ​ເມືອງ​ຈີນ-ອາ​ເມ​ລິ​ກາ​ຄັ້ງ​ທີ4​ຈັດ​ຂຶ້ນ​ໃນ​ວັນ​ທີ8​ທັນ​ວາ​ນີ້​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ຂອງ​ອາ​ເມ​ລິ​ກາ.ຜູ່​ຕາງໜ້າ​ພັກ​ການ​ເມືອງ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້ລົງ​ເລິກ​ສົນທະນາ​ກັນຢ່າງ​ເປີດ​ເຜີຍ​ແລະກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ​ອະນາຄົດ​ຂອງ​ສອງ​ປະ​ເທດ​ຈີນ​ອາ​ເມ​ລິ​ກາ​ແລະ​ບົດບາດ​ຂອງ​ພັກ​ການ​ເມືອງ,ຜົນ​ປະ​ໂຫຍ​ດຮ່ວມ​ແລະ​ການ​ຮ່ວມ​ມື​ຕົວ​ຈິງ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ.ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ກ່າວ​ວ່າ​ຈະ​ສືບ​ຕໍ່​ພົວພັນກັນ​ຢ່າງ​​ໃກ້ຊິດ,ຈັດການ​ພົບ​ປະສົນທະນາ​ລະຫວ່າງ​​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ພັກ​ການ​ເມືອງ​ຈີນ-ອາ​ເມ​ລິ​ກາ​ຄັ້ງ​ທີ5​ໃນ​ເວລາ​ອັນ​ເໝາະ​ສົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ