ຈີນ​ຄາດວ່າຈະສ້າງ​ລະບົບ​ຊື້​ຂາຍ​ການ​ລະບາຍ​ກາກ​ບອນ​ດີ​ອອກ​ສິດ​ໃນ​ໄລຍະປະຕິບັດ "​ແຜນການ​ພັດທະນາ​ເສດຖະກິດສັງຄົມ5​ປີຄັ້ງ​ທີ12"

(GMT+08:00) 2011-12-09 16:11:11     cri

ປະຈຸ​ບັນ, ກອງ​ປະ​ຊຸມກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ສະ​ຫະ​ປະຊາ​ຊາດ​ໄດ້​ຈັດ​ຂຶ້ນຢູ່​ນະຄອນ​ເດີ​ບານ​ຂອງ​ປະ​ເທດ​ອາ​ຟລິ​ກາ​​ໃຕ້​. ວັນ​ທີ8​ທັນວາ​ນີ້, ​ເຈົ້າ​ໜ້າ​ທີ່​ຜູ້​ຕາງໜ້າ​ຈີນ​ທີ່​ເຂົ້າຮ່ວມ​ປະ​ຊຸມກ່າ​ວວ່າ, ​ໄປຄຽງ​ຄູ່​ກັນ​ກັບ​ການ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໃນ​ໄລຍະປະຕິບັດ "​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ5​ປີ​ຄັ້ງ​ທີ12", ຈີນຄາດ​ວ່າ​ຈະ​ສ້າ​ງລະບົບ​ຊື້​ຂາຍ​ການ​ລະບາຍ​ກາກ​ບອນ​ດີ​ອອກ​ສິດ​ຫລືETSຕື່ມ​ອີກ.

ເຈົ້າ​ໜ້າ​ທີ່​ຜູ້ຕາງໜ້າ​ຈີນ​ກ່າວ​ວ່າ, ກ່ອນ​ປີ2015, ຈີນຈະ​ສ້າງ​ວິທີ​ຄຸ້ມ​ຄອງ​ບໍລິ​ຫານ​ການ​ຊື້​ຂາຍ​ການ​ລະບາຍ​ກາກ​ບອນ​ດີ​ອອກ​ສິດດ້ວຍ​ຄວາມ​ສະໝັກ​ໃຈ, ຕົກລົງສ້າງ​ໂຄງ​ຮ່າງການ​ຄຸ້ມຄອງ​ພື້ນຖານ, ຂັ້ນ​ຕອນ​ການຊື້​ຂາຍ​ແລະ​ວິທີ​ຕິດ​ຕາມ​ຄຸ້ມ​ຄອງ​ຂອງ​ກົນ​ໄກ​ຊື້​ຂາຍ​ການ​ລະບາຍ​ກາກ​ບອນ​ດີ​ອອກ​ສິດ​ດ້ວຍ​ຄວາມ​ສະໝັກ​ໃຈ,ສ້າງ​ລະບົບ​ຈົດ​ລະ​ບຽນ​ແລະ​ລົງ​ລະ​ບຽນກ່ຽວ​ກັບ​ການ​ຊື້​ຂາຍ​ແລະ​ລະບົບ​ປະກາດ​ຂໍ້​ມູນຂ່າວສານ.

ETS​ແມ່ນ​ຕະຫລາດ​ຊື້​ຂາຍ​ທີ່​ຖື​ສິດ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ເປັນ​ສິນຄ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ