ງານຕະຫລາດ​ນັດ​ຊາຍ​ແດນ​ລະຫວ່າງ​ຈີນ, ລາວ​ແລະ​ຫວຽດນາມ​ຄັ້ງ​ທີ2​ໄຂ​ຂຶ້ນທີ່​ນະຄອນ​ພູ​ເອີ​ແຂວງ​ຢຸນນານ

(GMT+08:00) 2011-12-09 17:00:42     cri

ຕາມ​ຂ່າວCRI, ​ ງານ​ຕະຫລາດ​ນັດ​ຊາຍ​ແດນ​ລະຫວ່າງ​ຈີນ,ລາວ​ແລະ​ຫວຽດນາມ​ຄັ້ງ​ທີ2​ໄດ້​ໄຂ​ຂຶ້ນ​ໃນຕອນ​ເຊົ້າ​ວັນ​ທີ9​ທັນວາ​ນີ້,ຢູ່​​ເມືອງ​ຈ່ຽງ​ເສີງ​ນະຄອນ​ພູ​ເອີ​ແຂວງ​ຢຸນນານ.

ງານ​ຕະຫລາດນັດ​ຄັ້ງ​ນີ້​ມີຫ້ອງ​ວາງສະ​ແດງ​ສິນ​ຄ້າ300​ກວ່າ​ຫ້ອງ, ​ເພື່ອ​ຕອບ​ສະ​ໜອງ​ໃຫ້​ແກ່​ນັກ​ທຸ​ລະ​ກິດ​ທີ່​ມາ​ຈາກ​ລາວ​ແລະ​ຫວຽດ​ນາມ​ດໍາ​ເນີນ​ການ​ເຈລະ​ຈາ​ແລະ​ຊື້​ຂາຍ​ສິນ​ຄ້າ​ຮ່ວມ​ກັນ. ​ເຂົ້າ​ຈ້າວ,ກາ​ເຟ,​ໃບຊາ,​ແລະ​ເຄື່ອງ​ຫັດ​ຖະ​ກໍາ​ຂອງ​ຫວຽດ​ນາມ, ​ແລະ​ຜະ​ລິດ​ຕະພັນ​ກະ​ສິກໍາ,​ເຄື່ອງ​ເຟີ​ນີ​ເຈີ​ທີ່​ເຮັດ​ດ້ວຍ​ໄມ້, ຫັດ​ຖະກໍາ​ທີ່​ເຮັດ​ດ້ວຍ​ຫວາຍ​ຈາກ​ລາວ​ໄດ້​ຮັບ​ຄວາມ​ນິຍົມ​ຫລາຍ.

ງານຕະ​ຫລາດ​ນັດຊາຍ​ແດນ​ລະ​ຫວ່າງຈີນ, ລາວ​ແລະ​ຫວຽດ​ນາມ​ຄັ້ງ​ນີ້​ແມ່ນ​ກິດ​ຈະ​ກໍາ​ໜຶ່ງ​ຂອງ​ບຸນ​ໂຍນ​ໝາກ​ຄອນ​ລະຫວ່າງ​ຈີນ, ລາວ​ແລະ​ຫວຽດນາມ​ຄັ້ງ​ທີ2, ເຈົ້າ​ໜ້າ​ທີ່, ນັກ​ກິລາ, ນັກສະ​ແດງ​, ສື່​ມວນ​ຊົນ, ​ແລະ​ນັກ​ສິລະ​ປິນ​ພື້ນ​ເມືອງທີ່​ມາຈາກ​ລາວ​ແລະ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ບຸນ​ໃນ​ຄັ້ງ​ນີ້ຢ່າງ​ເບີກບານ​ມ່ວນ​ຊຶ່ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ