ຄວາມ​ສາມາດຮັບ​ມື​ກັບ​ຄວາມ​ສ່ຽງທາງ​ດ້ານ​ເສດຖະກິດ​ຂອງ​ອົງ​ກອນ​ເສດຖະກິດ​ອາຊີຍັງ​ເຂັ້ມ​ແຂງ

(GMT+08:00) 2011-12-09 17:18:15     cri

ວັນ​ທີ7​ທັນວາ​ນີ້, ຂ່າວສານ​ຫລູມ​ເບີກ​ລາຍ​ງານ​ວ່າ, ຕົວ​ເລກ​ຂອງບໍລິສັດ​MOODY​ສະ​ແດງ​ໃຫ້​ເຫັນ​ວ່າ, ປະຈຸ​ບັນ, ລະດັບໜີ້​ສິນ​ໃນ​ໄລຍະ​ເວລາ5​ປີ​ຂອງ​ຈີນ, ສ.​ເກົາຫລີ, ອິນ​​ໂດ​ເນ​ເຊຍ, ​ມະ​ເລ​ເຊຍ​, ຟີ​ລິບ​ປິນ​ແລະ​ໄທ​ຕໍ່າ​ກວ່າ​ລະດັບໜີ້​ສິນ​ຂອງ​ປະ​ເທດ​ເຂດໃຊ້​ເງິນ​ເອີ​ໂຣ, ​ລະດັບຄວາມ​ໝັ້ນຄົງ​ຂອງ​ໜີ້​ສິນ​ອົງ​ກອນ​ເສດຖະກິດ​ອາຊີ​ໃນ​​ໄລຍະ​ສັ້ນ​ສູ​ງກວ່າ​ປະ​ເທດ​ເຂດ​ໃຊ້​ເງິນ​ເອີ​​ໂຣທີ່ຢູ່​ໃນວິ​ກິ​ດການໜີ້​ສິນຢ່າງ​ຫລວງ​ຫລາຍ, ຄວາມ​ສາມາດ​​ໃນ​ການ​ຮັບ​ມື​ກັບຜົນ​ກະທົບ​ຈາກ​ວິ​ກິດ​ການ​ໜີ້​ສິນ​ໃນ​​ເອີ​ລົບ​ຂອງ​ອົງ​ກອນ​ເສດຖະກິດ​ອາຊີມີ​ຄວາມ​ເຂັ້ມ​ແຂງ​ຫລາຍ, ບໍ​ລິ​ສັດMOODYກໍາ​ລັງ​ຄໍານຶງ​​ເຖິງ​ການຍົກ​ສູງ​ລະດັບ​ຄວາມ​ໜ້າ​ເຊື່ອ​ຖືດ້ານ​ໜິ້ສິນ​ຂອງ​ປະ​ເທດ​ອາຊີ.

ນັກວິ​ເຄາະ​ເຫັນ​ວ່າ,ສາ​ເຫດ​ສໍາຄັນ​ຂອງຄວາມ​ໜ້າ​ເຊື່ອຖືດ້ານໜີ້​ສິນ​ພາກ​ລັດ​ຂອງ​ອາ​ຊີດີ​ກວ່າ​ເອີ​ລົບ​ແມ່ນ​​ເສດ​ຖະກິດ​ຂອງ​ອົງ​ກອນ​ເສດ​ຖະກິດ​ມີ​ທ່າ​ອຽງ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ, ອັດຕາ​ເງິນ​ຝາກ​ສູງ,ມີ​ຄັງ​ສໍາ​ຮອງ​ເງິນ​ຕາ​ຕ່າງປະ​ເທດ​ຫລາຍ, ​ໜີ້​ສິນ​ໃນGDPກວມ​ອັດຕາ​ສ່ວນ​ໜ້ອຍ ,​ແລະ​ສຸມ​ກໍາລັງ​ເຂົ້າ​ໃນ​ການ​ພັດທະນາ​ຕາມຄວາມ​ຕ້ອງການ​ພາຍ​ໃນ. ​ໃນ​ໄຕ​ມາດ​ທີ3​ຂອງປີ​ນີ້, ອັດຕາ​ເຕີບ​ໂຕ​ສະ​ເລ່ຍຂອງ​GDPອົງ​ກອນ​ເສດຖະກິດອາ​ຊີ​ທີ່​ບໍ່​ລວມ​ທັງ​ຍີ່ປຸ່ນ​ແມ່ນ5,4%, ​ແມ່ນ3​ເທົ່າ​ຂອງ​ປະ​ເທດ​​ເຂດໃຊ້​ເງິນ​ເອີ​ໂຣ. ຍອດ​ມູນ​ຄ່າ​ຄັງ​ສໍາຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ທະນາຄານ​ກາງ​ໂລກ​ແມ່ນ1ໝື່ນ200​ຕື້​ໂດ​ລາ, ທະນາຄານ​ກາງ​ອາຊີ​ກວມ5200ຕື້​ໂດ​ລາ, ຫລາຍ​ກວ່າ50%. ສາ​ເຫດ​ເຫລົ່າ​ນີ້​​ໄດ້​ຊ່ວຍ​ເຫລືອ​ອາ​ຊີ​ຮັບ​ມື​ກັບ​ຄວາມ​ສ່ຽງ​ທາງ​ເສດ​ຖະກິດ​ຈາກ​ພາຍ​ນອກ.

ວັນ​ທີ6ທັນວາ​ນີ້, ທະນາຄານ​ພັດ​ທະ​ນາ​ອາຊີ​ຫລືADB​ໄດ້​ປະກາດ​ບົດ​ລາຍ​ງານ​ປະ​ຈໍາ​ໄຕ​ມາດ,​ໂດຍ​ຂຽນ​ວ່າ, ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ປັດ​ໄຈ​ຕ່າງໆ​ເຊັ່ນ,ວິ​ກິດ​ການ​ໜີ້​ສິນ​ເອີ​ລົບ​ແລະ​ອື່ນໆ, ສະ​ຖາ​ນະ​ການ​ຂອງ​​ເສດ​ຖະ​ກິດ​ໂລກ​ຊຸດ​ໂຊມ​ລົງ, ຈັງຫວະ​ການເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ອົງ​ກອນ​ເສດ​ຖະກິດ​ຈະ​ເລີນ​ໃໝ່​ຂອງ​ອາຊີ​ຕາ​ເວັນ​ອອກ​ໃນ​ປີ2012​ອາດ​ຈະຊ້າ​ລົງ. ​ໃນ "ບົດ​ລາຍ​ງານ​ຕິດຕາມ​ກວດກາ​ເສດຖະກິດ​ອາຊີ", ທະນາຄານ​ພັດທະນາ​ອາຊີ​ຄາດ​ຄະ​ເນ​ວ່າ, ​ເສດ​ຖະ​ກິດຂອງ​ອົງ​ກອນ​ເສດ​ຖະກິດ​ຈະ​ເລີ​ນ​ໃໝ່​ໃນອາຊີ​ຈຕາ​ເວັນ​ອອກ​ຈະ​ເຕີບ​ໂຕ7,2%​ໃນ​ປີ​ໜ້າ. ກ່ອນ​ໜ້າ​ນີ້, ​ໃນ ບົດ​ລາຍ​ງານ​ປະ​ຈໍາ​ໄຕ​ມາດ​ທີ3​ໃນ​ຂອງປີ​ນີ້, ທະ​ນາຄານ​ພັດທະນາ​ອາຊີ​ຄາດຄະ​ເນ​ວ່າ,​ເສດຖະກິດຂອງ​ອົງ​ກອນ​ເສດ​ຖະ​ກິດ​ຈະ​ເລີ​ນ​ໃໝ່​​ໃນ​ອາຊີ​ຕາ​ເວັນ​ອອກ​ຈະ​ເຕີບ​ໂຕ7,5%​ໃນ​ປີ2012, ຈັງຫວະ​ເຕີບ​ໂຕ​ໃນ​ປີ2011​ແມ່ນ7,5%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ