ໄພ​ນໍ້າ​ຖ້ວມ​ຢູ່​ໄທ​ເຮັດ​ໃຫ້​ມີ​ຄວາມ​ເສຍ​ຫາຍ​1300ຕື້​ບາດ

(GMT+08:00) 2011-12-09 17:21:41     cri

ຕາມ​ຂ່າວສານ​ຈີນ, ວັນ​ທີ8​ທັນວາ​ນີ້, ທ່າ​ນນາງ​ຍິ່ງ​ລັກ ຊິນນະ​ວັດ, ນາຍົກ​ລັດ​ຖະ​ມົນຕີຂອງ​ໄທ​ກ່າວ​ວ່າ,ຄາດ​ວ່າ,ໄພ​ນໍ້າ​ຖ້ວມທີ່​ຮ້າຍ​ແຮງ​ໃນ​ ຮອບ50​ປີ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ທາງ​ເສດ​ຖະ​ກິດ ​, ຊຶ່ງ​ມີ​ມູນ​ຄ່າ​ເສຍ​ຫາຍ​ເຖິງ​1300​ຕື້​ບາດ.

ທ່ານນາງຍິ່ງ​ລັກ ຊິນນະ​ວັດ​ກ່າວ​ອີກວ່າ, ລັດຖະບານ​ໄທ​ໄດ້​ສ້າງ​ຕັ້ງຄະນະ​ກໍາມະການ​ຍຸດທະ​ສາດ​ສ້າງສາປະ​ເທດ​ຊາດ​ຄືນ​ໃໝ່​, ​ແລະ​ຄະນະ​ກໍາ​ມະການ​ຍຸດທະ​ສາດ​ພັດທະນາ​ແລະ​ຄຸ້ມ​ຄອງ​ຊັບ​ພະ​ຍາກອນ​ນໍ້າ, ສອງ​ຄະນະ​ກໍາມະການ​ນີ້​ຈະວາງ​ແຜນ​ກໍານົດ​ອະນາຄົດ​ແລະ​ແຜນການ​ພັດທະນາ​ປະ​ເທດ​ຊາດ​ໄລຍະ​ຍາວ​ໄກ​ໃນ​ອ​ະນາ​ຄົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ