ງານ​ວາງສະ​ແດງ ​ລົດຍົນ ​ຈີນ​ອາຊຽນ ຄັ້ງ​ທຳ​ອິດ ​ຈັດ​ຂຶ້ນ ​ຢູ່​ ຫຼິວ​ໂຈ່​ວ

(GMT+08:00) 2011-12-09 11:00:51     cri

ຕາມ​ຂ່າວcri: ວັນ​ທີ8 ຫາ ​ວັນ​ທີ10 ທັນວາ​ ນີ້, ງານ​ ວາງ ສະ​ແດງ ​ລົດຍົນ, ກົນ​ຈັກ ​ວິສະວະກຳ  ​ແລະ​ເຄື່ອງ ​ອາ​ໄຫຼ່​ ຈີນ​ອາຊຽນ ຈັດ​ ຂຶ້ນ ​ຢູ່​ຫຼິວ​ໂຈ່​ວ ​ເຂດ ປົກຄອງ ​ຕົນ​ເອງ ​ເຜົ່າ​ຈ້ວງ ​ກວາງຊີ​ ຈີນ.

ໃນ​ ງານ​ ວາງ ສະ​ແດງ​ ຄັ້ງ​ນີ້ ມີ ວິ​ສາ​ຫະກິດ 263 ​ແຫ່ງ, ​ໃນ​ນັ້ນ ​ມີ ວິ​ສາ​ຫະກິດ​ ລົດຍົນ ຈາກ ​ປະ​ເທດ​ ອາຊຽນ 3​ ແຫ່ງ​ ເຂົ້າຮ່ວມ ​ໃນ​ ງານ​ວາງ ສະ​ແດງ ຄັ້ງ​ນີ້. ງານ​ ວາງສະ​ແດງ ຄັ້ງ​ນີ້ ​ຖື​ ຕະຫຼາດ​ ຈີນ​ ແລະ​ອາ​ຊຽນ ​ເປັນ​ ຈຸດ​ໜັກ, ນອກ ຈາກ​ ນັ້ນ ຍັງ ​ກ່ຽວພັນ​ເຖິງ​ ຕະຫຼາດ ​ໃນ ​ອິນ​ເດຍ, ອີຣານ, ອາ​ເມ​ລິ​ກາ​ໃຕ້​ ແລະ ​​ເອີ​ລົບ ​ຕາ​ເວັນ​ອອກ​ ເປັນ​ຕົ້ນ. ສິນ​ຄ້າ ທີ່​ ນຳ​ມາ​ ວາງສະ​ແດງ ​ຕົ້ນ​ມໍ່​ ແມ່ນ​ລົດຍົນ, ​ກົນ​ຈັກ​ວິສະວະກຳ​ ແລະ ​ເຄື່ອງ​ອາ​ໄຫຼ່ ຕ່າງໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ