ລັດຖະມົນຕີ ​ຕ່າງປະ​ເທດ ​ອາ​ເມ​ລິ​ກາ​ ກ່າວ ​ວ່າ ​ນາ​ໂຕ​ ຈະ​ ສືບ​ຕໍ່ ຕິດ​ຕັ້ງ ລະບົບ​ ຕ້ານ​ ລູກ​ສອນ​ໄຟ ​ນຳ​ວິຖີ​ ຢູ່ ເອີ​ລົບ

(GMT+08:00) 2011-12-09 11:17:07     cri

ວັນ​ທີ 8 ທັນວາ ​ນີ້, ຢູ່ ​ບຣຸກ​ແຊນ ປະ​ເທດ​ ແບນ​ຊິກ, ທ່ານ​ນາງ ​ຮິນລາຣີ ຄລິນ​ຕັນ ລັດຖະມົນຕີ​ ວ່າ ການ ​ກະຊວງ ​ການ ​ຕ່າງປະ​ເທດ ​ອາ​ເມ​ລິ​ກາ​ ກ່າວ​ ວ່າ, ນາ​ໂຕ​ ຈະ​ ສື​ບຕໍ່ ​ຕິດ​ຕັ້ງ​ ລະບົບ ຕ້ານ​ ລູກ​ສອນ​ໄຟ​ ນຳ ​ວິຖີ​ ຢູ່ ເອີ​ລົບ ຕື່ມອີກ, ປະ​ເທດ ​ທີ່​ ບໍ່​ ເປັນ​ ສະມາຊິກ ​ນາ​ໂຕ​ ບໍ່ ​ມີ​ ສິດ​ ປະຕິ​ເສດ​ ຕໍ່​ ບັນຫາ ນີ້.

ທ່ານ ​ນາງ ຮິນລາຣີ ຄລິນ​ຕັນ ​ກ່າວ ​ຢໍ້າ ວ່າ, ລະບົບ​ ຕ້ານ ​ລູກ​ສອນ​ໄຟ ​ນຳ​ວິຖີ​ ນາ​ໂຕ​ ຈະ​ ບໍ່​ ເປັນ ​ຂົ່ມຂູ່​ ທາງ ອາວຸດ ຕໍ່​ ຍຸດ​ທະ​ສາດ​ ຂອງ ຣັດ​ເຊຍ, ຈະ​ ບໍ່​ ທຳລາຍ ​ດຸນຍະ​ພາບ​ ຍຸດ​ທະ​ສາດ ​ລະຫວ່າງ​ ອາ​ເມ​ລິ​ກາ ​ກັບ ຣັດ​ເຊຍ, ກໍ່​ ຈະ​ ບໍ່ ​ກາຍ ​ເປັນ ເຫດ​ຜົນ ທີ່ ຣັດ​ເຊຍ​ ປະຕິບັດ​ ມາດ​ຕະການ​ ຕອບ​ໂຕ້​ ຄືນ. ທ່ານ​ ນາງ ​ຮີນ​ລາຣີ ຄລິນ​ຕັນ ​ກ່າວ​ ຕື່ມ​ ວ່າ, ລະບົບ ​ຕ້ານ ​ລູກ​ສອນ​ໄຟ​ ນຳ​ວິຖີ​ ບໍ່​​ ໄດ້ ແນ​ໃສ່ ຣັດ​ເຊຍ, ນີ້​ແມ່ນ ​ເພື່ອ ​ປ້ອງ​ກັນ​ ອີຣານ ​ແລະ​ ປະ​ເທດ​ ຫຼື ​ອົງການ​ ຈັດ​ຕັ້ງ​ ທີ່​ ຢາກ ​ພັດທະນາ ​ເຕັກນິກ​ ລູກ​ສອນ ​ໄຟ​ ນຳ​ວິຖີ ​ທີ່ ​ມີ​ ລັກສະນະ ​ຂົ່ມຂູ່.

ມື້ ​ດຽວກັນ, ກອງ​ປະຊຸມ​ ລັດຖະມົນຕີ ​ວ່າ ການ​ ກະຊວງ​ ການ​ຕ່າງ ປະ​ເທດ ສະພາ​ມົນຕີ ນາ​ໂຕ ຣັດ​ເຊຍ ​ໄດ້ ​ຈັດຂຶ້ນ​ ຢູ່​ ສຳນັກງານ​ ໃຫຍ່ ​ນາ​ໂຕ,​ ​ແຕ່​ ສອງ​ຝ່າຍ ​ບໍ່​​ໄດ້ ​ຮັບ ​ຄວາມຄືບ​ໜ້າ ​ຫຍັງ​ ໃນ​ ການ​ເຈລະຈາ ກ່ຽວ​ກັບ ​ລະບົບ ຕ້ານ​ ລູກ​ສອນ​ໄຟ ​ນຳ​ວິຖີ, ທັງ​ສອງ​ ຝ່າຍ ຍັງ ​ມີ ​ຄວາມ​​ເຫັນ ​ແຕກ​ຕ່າງ​ກັນ ຄື​ ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ