ການ​ເຈລະຈາ​ກ່ຽວ​ກັບ​ການ​ຕິດ​ຕັ້ງ​ລູກ​ສອນ​ໄຟປ້ອງ​ກັນ​ທາງ​ອາກາດລະຫວ່າງ​ນາ​ໂຕ​ກັບຣັດ​ເຊຍ​ບໍ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ

(GMT+08:00) 2011-12-09 15:36:58     cri

ວັນ​ທີ 8 ທັນວາ​ນີ້, ການ​ເຈລະຈາກ່ຽວ​ກັບ​ການ​ຕິດ​ຕັ້ງລູກ​ສອນ​ໄຟ​ປ້ອງ​ກັນ​ທາງ​ອາກາດລະຫວ່າງ​ນາ​ໂຕ​ກັບຣັດ​ເຊຍທີ່​ຈະ​ຂຶ້ນ​ຢູ່​ບຣຸກ​ແຊນປະ​ເທດ​ແບນ​ຊິກ​ບໍ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ແຕ່​ຢ່າງ​ໃດ, ​ແຕ່​ສອງ​ຝ່າຍ​ຕ່າງ​ກໍ່ກ່າວ​ວ່າການ​ເຈລະຈາ​ຍັງຈະ​ສືບ​ຕໍ່​​ໄປ.

ຫຼັງ​ຈາກ​ການ​ເຈລະຈາ​, ທ່ານ​ຟົກ ຣາສ໌ມູ​ເຊັນ ​ເລຂາທິການ​​ໃຫຍ່​ນາ​ໂຕ​ກ່າວ​ວ່າ, ຂໍ້​ຂັດ​ແຍ່ງ​ລະຫວ່າງ​ສອງ​ຝ່າ​ຍຍັງ​ມີ​ຢູ່, ​ແຕ່​ສອງ​ຝ່າຍ​ກໍ່​ສຸມ​ກຳລັງ​ຊອກ​ຫາ​ວິທີ​ແກ້​ໄຂ. ທ່ານ​ກ່າວ​ຢ້ຳອີກ​ວ່າ, ລະບົບການ​ຕິດ​ຕັ້ງ​ລູກ​ສອນ​ໄຟ​ປ້ອງ​ກັນ​ທາງ​ອາ​ກາດຂອງ​ນາ​ໂຕ​ບໍ່​​ໄດ້ແນ​ໃສ່ຣັດ​ເຊຍ, ນາ​ໂຕ​ຖືຣັດ​ເຊຍ​​ເປັນ​ເພື່ອນມິດ, ຫາກ​ບໍ່​ແມ່ນ​ສັດຕູ.

ທ່ານ​​ເຊີ​ເກ ລາ​ຟຣົຟ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ວ່າ, ​ໃນ​ການ​ເຈລະຈາ​ນາ​ນັ້ນໂຕ​ໄດ້​ຮັບ​ຟັງ​ບັນຫາ​ທີ່ຣັດ​ເຊຍ​ສົນ​ໃຈ, ນອກ​ຈາກ​ຄຳ​ໝັ້ນ​ສັນຍາ​ດ້ວຍ​ຄຳ​​ເວົ້າ​ແລ້ວ, ຍັງ​ຄວນ​​ໃຫ້ຄຳ​ໝັ້ນ​ສັນຍາ​ທີ່​ມີຜົນ​ສັກສິດທາງ​ກົດໝາຍຕື່ມ​ອີກ.

ມື້​ດຽວ​ກັນ, ນາງ​ຮິ​ວ​ລາຣີ ​ຄຣິນຕັນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປ​ະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ນາ​ໂຕ​ຈະ​ສືບ​ຕໍ່​ການ​ຕິດ​ຕັ້ງລະ​ບົບຕ້ານ​ລູກ​ສອນ​ໄຟປ້ອງ​ກັນ​ທາງ​ອາກາດ​​ເອີ​ລົບ, ຕໍ່​ເລື່ອງ​ນີ້, ປະ​ເທດ​ທີ່​ບໍ່​ແມ່ນ​ສະມາຊິກ​ນາ​ໂຕ​ບໍ່​ມີ​ສິດຢັບຢັ້ງ​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ