ປະທານ​າທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ​ ອາ​ເມ​ລິ​ກາ​ຈະ​ອອກ​ແຮງ​ສະກັດ​ກັ້ນ​ບໍ່​ໃຫ້​ອີຣານ​ມີອາວຸດ​ນີວ​ເຄຼຍ​ໄວ້​ໃນ​ຄອບຄອງ

(GMT+08:00) 2011-12-09 17:21:31     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 8 ທັນວາ​ນີ້, ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຈະໃຊ້ທຸກ​ວິທີ​ທາງ​ເພື່ອ​ສະກັດ​ກັ້ນ​ບໍ່​ໃຫ້​ອີຣານມີ​ອາວຸດ​ນີວ​ເຄຼຍ​ໄວ້​ໃນ​ຄອບ​ຄອງ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ທຳນຽບຂາວ, ທ່ານ​ໂອ​ບາ​ມາ​ກ່າວ​ວ່າ, ການ​ທີ່ອີຣານສືບ​ຕໍ່​ສະ​ແຫວ​ງຫາການ​ຄອບ​ຄອງ​ອາວຸດ​ນີວ​ເຄຼຍນັ້ນ ​ໄດ້​ທຳລາຍ​ຜົນ​ປະ​ໂຫຍ​ດ​ແລະຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ອາ​ເມ​ລິ​ກາ​ແລະປະ​ເທດ​ພັນທະ​ມິດ ​ເຊິ່ງລວມທັງ​ອິສຣາ​ແອນ, ອາ​ເມ​ລິ​ກາ​ຈະ​ຮ່ວມກັນ​ກັບ​ປະຊາ​ຄົມ​ໂລກ​ພ້ອມ​ກັນ​ສະກັດ​ກັ້​ນຢ່າງ​ສຸດ​ຂີດ.

ວັນ​ທີ 8 ທັນວາ​ນີ້, ຂ່າວສານ​ສາທາລະນະ​ລັດ​ອິສລາມອີ​ຣານລາຍ​ງານ​ວ່າ,ວັນ​ທີ 7 ທັນວາ​ນີ້,ຢູ່ນະຄອນຫຼວງ​ເຕ​ເຮ​ຣານ, ທ່ານ​ເມ ​ເຮ​ມານ ປານ​ລັສ​ ໂຄສົກ​ກະຊວງ​ການ​ຕ່າງປະ​ເ​ທດອີຣານ​ໄດ້​ກ່າວ​ຕຳ​ໜິການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ທີ່​​ເປີດສະຖານ​ທູດ​ອາ​ເມ​ລິ​ກາ​ປະຈຳ​ອີຣານທາງ​ອິນ​ເຕີ​ເນັດ,ທ່ານກ່າວ​ວ່າການ​ກະທຳ​ນີ້​ທີ່​ຈິງ​ແລ້ວ​ແມ່ນ​ຍອມຮັບວ່າ​ອາ​ເມ​ລິ​ກາຕັດ​ສາຍສຳພັນ​ທາງ​ການ​ທູດ​ກັບ​ອີຣານ​ໃນ 30 ກວ່າ​ປີ​ກ່ອນ​ແມ່ນຄວາມ​ຜິດພາດ​ອັນ​ຮ້າຍ​ແຮງ. ວັນ​ທີ 8 ທັນວາ​ນີ້, ທະຫານ​ອີຣານ​ໄດ້ສະ​​ເໜີ​ພາບ​ວິ​ດີ​ໂອ​ຜ່ານ​ທາງ​ໂທລະພາບກ່ຽວ​ກັບ​ກອງທັບ​ປ້ອງ​ກັນອາກາດ​ອີຣານກ່າວ​ວ່າ​ໄດ້ຍິງຍົນ​ສອດ​ແນມ​​ແບບ​ບໍ່​ມີ​ຄົນ​ຂັບRQ-170ຂອງ​ອາ​ເມ​ລິ​ກາ​ລຳ​ໜຶ່ງ​ຕົກຢູ່​ເຂດຊາຍ​ແດນ​ພາກ​ຕາ​ເວັນ​ອອກ​ຂອງ​ອີ​ຣານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ