ຜົນ​ຂອງກອງ​ປະຊຸມ​ສຸດ​ຍອດ​EUຊຸກຍູ້​ໃຫ້​ຕະຫຼາດ​ຫຸ້ນ​ສ່ວນ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ແລະລາຄາ​ນ້ຳມັນ​ໃນ​ຕະຫຼາດ​ສາກົນ​ຍົກ​ສູງ​ຂຶ້ນ

(GMT+08:00) 2011-12-10 16:58:16     cri

ວັນ​ທີ9 ທັນວາ​ນີ້,​ໃນ​ກອງ​ປະຊຸມຂ່າວ​ຂອງ​ພິທີ​ອັດ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ເອີ​ລົບ, ທ່ານ​ເຮີ​ມັນ ວັນ ຣົມປຸຍ ປະທານ​ສະພາ​ມົນຕີ​ເອີ​ລົບ​ກ່າວ​ວ່າ, ​ເຖິງ​ວ່າບັນດາ​ຜູ່​ນຳ​ຂອງ​ປະ​ເທດສະຫະພາບ​ເອີ​ລົບບໍ່​ໄດ້ບັນລຸ​ແຜນການ​ທີ່ປັບປຸງສົນທິສັນຍາ​ຢ່າງຮອບດ້ານ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ກໍ່ຕາມ,​ ​ແຕ່​ກໍ​ໄດ້ຜົນ​ທີ່ລະດົມ​ໃຈຄົນ.

ຜົນປະ​ຈັກ​ຕາ​ຄົນ​ທີ່​ສຸດ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ກໍ່​ແມ່ນ23ປະ​ເທດ​ຂອງ​ສະຫະ​ພາບ​ເອີ​ລົບ​ເຊິ່ງລວມທັງ17ປະ​ເທດເຂດ​ໃຊ້​ເງິນ​ເອີ​ໂຣກັບ6ປະ​ເທດເຂດ​ບໍ່​ໃຊ້​ເງິນ​​ເອີ​ໂຣເຫັດ​ດີ​ເຊັນ​ສົນທິສັນຍາ​ລະຫວ່າງ​ລັດຖະບານ, ນັ້ນ​ກໍ່​ຄືສັນຍາ​ທາງ​ການ​ເງິນ​ສະບັບ​ໃໝ່, ​ເພື່ອປະຕິບັດ​ລະບຽບວິ​ໄນດ້ານ​ການ​ເງິນ​ເຂັ້ມ​ງວດ​ກວ່າ​ເກົ່າ. ທ່ານ​ວັນຣົມປຸຍ​ກ່າວ​ວ່າ, ກົດ​ລະບຽບການ​ເງິນ​ໃນສັນຍາ​ຈະຖືກ​ຂຽນ​​ເຂົ້າໃນ​ກົດໝາຍ​ຂອງ​ປະ​ເທດ​ສະມາຊິກ, ນີ້​ຈະ​ເຮັດ​ໃຫ້​ມີ​ລະບຽບວິ​ໄນ​ການ​ເງິນ​ທີ່​​ເຂັ້ມ​ງວດກວ່າ​ເກົ່າ, ມີກົນ​ໄກ​ລົງ​ໂທດ​ໂດຍ​ອັດຕະ​ໂນ​ມັດ​ທີ່​ສົມບູນ​​ກວ່າ​ເກົ່າ, ​ແລະ​ມີການ​ຕິດຕາມ​ຄຸ້ມ​ຄອງ​ອັນ​ເຄັ່ງ​ຄັດ​ກວ່າ​ເກົ່າ. ສົນທິສັນຍາ​ລະຫວ່າງ​ລັດຖະບານ​ຂອງ​ປະ​ເທດ​ເຂດ​ໃຊ້​ເງິນ​ເອີ​ໂຣຈະ​ເຮັດ​ໃຫ້​ກົດລະບຽບ​ເຫຼົ່າ​ນີ້​ມີ​ກຳລັງ​ພູ​ກມັດ​ຫຼາຍ​ກວ່​າ​ເກົ່າ, ບວກ​ກັບ​ການນິຕິບັນຍັດຊັ້ນ​ສອງແລະ​ຄຳ​ໝັ້ນ​ສັນ​ຍາ​ດ້ານການ​ເມືອງ​ຂອງ​ລັດຖະບານ​ປະ​ເທດຕ່າງໆ, ທັງໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ຈະ​​ເຮັດ​ໃຫ້​ສົນທິສັນຍາ​ການ​ເງິນມີ​ປະສິດທິ​ຜົນ​ຢ່າງ​ສົມບູນ. ທ່ານ​ກ່າວ​ວ່າ, ສົນທິສັນຍາດັ່ງກ່າວຈະ​​ເຊັນກັນ​ຊ້າ​ສຸດ​ໃນເດືອນ​ມີນາ​ປີ2012.

ເຖິງ​ວ່າຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ເອີ​ລົບບໍ່​ໄດ້​ບັນລຸຜົນທີ່​ດີ​ທີ່​ສຸດ​ຕາມ​ຄວາມ​ປາຖະໜາ​ຂອງຕະຫຼາດ,​ ​ແຕ່​ກໍ​ໄດ້​ຊຸກຍູ້​ໃຫ້​ຕະຫຼາດຫຸ້ນ​ສ່ວນ​ແລະລາຄາ​ນ້ຳມັນ​ໃນ​ຕະຫຼາດ​ສາກົນຍົກ​ສູງ​ຂຶ້ນ​ໂດຍ​ທົ່ວ​ໄປ.

ນອກ​ນີ້, ວັນ​ທີ9 ທັນວາ​ນີ້, ​ໂກຼອາຊີ​ໄດ້​ເຊັນ​ສົນທິສັນຍາ​ເຂົ້າ​ຮ່ວມ​ສະຫະພາບ​ເອີ​ລົບ​ຢູ່​ສຳນັກງານ​ໃຫຍ່​ສະຫະພາບ​ເອີ​ລົບ​ທີ່​ຕັ້ງ​ຢູ່​ນະຄອນບຣຸກ​ແຊນ. ພາຍຫຼັງ27​ປະ​ເທດ​ສະມາຊິກ​​ໄດ້​ລົງ​ນາມ​ໃນສົນທິສັນຍາ​ດັ່ງກ່າວ​ແລ້ວ, ​ໂກຼອາຊີ​ຈະ​​ເປັນ​ປະ​ເທດ​ສະມາຊິກສະຫະພາບ​ເອີ​ລົບ​ໃນ​ປີ2013.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ