ງານ​ວາງສະ​ແດງ​ເຄື່ອງນຸ່ງ​ຈີນ​ອາຊຽນຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

(GMT+08:00) 2011-12-10 16:59:22     cri

ຕາມ​ຂ່າວcri:ຕອນ​ຄ່ຳ​ວັນ​ທີ9 ທັນ​ວາ​ນີ້, ງານ​ວາງສະ​ແດງ​ເຄື່ອງນຸ່ງ​ຈີນ​ອາ​ຊຽນ" ​ສວຍ​ງາມຮ່ວມ​ກັນ" ທີ່​ກະຊວງ​ວັດທະນະທຳ​ຈີນ​ເປັນ​ຜູ່​ຈັດ​, ບໍລິສັດ​ການສະ​ແດງ​ສິລະ​ປະກຳ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​​ເປັນ​ຜູ່​ປະຕິບັດ​ນັ້ນ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ວິຈິດ​ຕະກຳ​ຍອດ​ວັດທະນະທຳ​ຂອງ​ຊາດ​ປັກ​ກິ່ງ.

ໃນງານ​ວາງສ​ະ​ແດງ​ມີເຄື່ອງ​ນຸ່ງ​ແບບ​ດັ້ງ​ເດີມ​ຈີນ,​ ​ເຄື່ອງ​ນຸ່ງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຈີນ​ແລະ​ເຄື່ອງນຸ່ງ10ປະ​ເທດ​ອາ​ຊຽນ, ​ໄດ້​ສະ​ແດງ​ເຖິງ​ການ​ປະສານ​ກັນ​ຢ່າງສົມບູນ​ລະຫວ່າງການອອກ​ແບບຍຸກ​ປັດ​ຈຸບັນກັບກຳມະ​ວິທີ​ແບບ​ດັ້ງ​ເດີມຂອງ​ບັນດາ​ປະ​ເທດ​ໂດຍ​ຜ່ານຜ້າ​​ແພ​ແລະ​​ເຄື່ອງ​ນຸ່ງ​ແບບ​ດັ້ງ​​ເດີມ​ທີ່​ມີ​ສີ​ສັນ​ພິ​ເສດ. ​ເຄື່ອງນຸ່ງ​ຂອງ​ຈີນ​ກັບ10ປະ​ເທດ​ອາ​ຊຽນສະ​ແດງ​ຮ່ວມ​ກັນ,​ໄດ້​ສະ​ແດງ​ເຖິງວັດທະນະທຳ​ທີ່​ເຊື່ອມ​ໂຍງ​ກັນ​ແລະ​ສະ​ແຫວ​ງຫາສວຍ​ງາມ​ຮ່ວມ​ກັນ.

ກ່ອນໜ້າ​ນີ້, ງານ​ວາງສະ​ແດງດັ່ງກ່າວ​ໄດ້​ຈັດ​ຢູ່​ນະຄອນ​ຈຸ່ງ​ກິ່ງ​ຢ່າງ​ສຳ​ເລັດ​ຜົນໃນ​ຖານ​ເປັນ​ເນື້ອ​ໃນ​ອັນ​ສຳຄັນ​ຂອງ"ສັບປະດາ​ວັດທະນະທຳ​ອາຊຽນ"ບຸນ​ສິລະ​ປະກຳ​ອາຊີ​ຄັ້ງ​ທີ12, ການຈັດ​ຂຶ້ນ​ເທື່ອ​ນີ້​ເປັນ​ເທື່ອ​ທີ2 ທີ່​ຈັດຂຶ້ນຢູ່​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ