|
||||
|
|||||||
|
||

ວັນທີ10ທັນວານີ້,ພິທີເດີນເຮືອເທື່ອທຳອິດເພື່ອລາດຕະເວນແລະປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ,ລາວ,ມຽນມາແລະໄທຈັດຂຶ້ນຢູ່ດ່ານກວນໄລຂອງສິບສອງພັນນາແຂວງຢຸນນານຂອງຈີນ.ການລາດຕະເວນແລະປະຕິບັດກົດໝາຍຮ່ວມລະຫວ່າງ4ປະເທດໄດ້ເລີ່ມຕົ້ນຢ່າງເປັນທາງການ,ເພື່ອຮ່ວມກັນປົກປັກຮັກສາຄວາມປອດໄພດ້ານການເດີນເຮືອຕາມລຳແມ່ນ້ຳຂອງ,ຊຸກຍູ້ການພັດທະນາເສດຖະກິດສັງຄົມແລະການໄປມາຫາສູ່ຂອງປະຊາຊົນຢ່າງປອດໄພຕາມລຳແມ່ນ້ຳຂອງ.ເຮືອການຄ້າ10ລຳອອກເດີນທາງໄປພ້ອມກັນກັບເຮືອລາດຕະເວນ,ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ,ການເດີນເຮືອ ຕາມລຳແມ່ນ້ຳຂອງທີ່ເປັນທາງນ້ຳຄຳສາກົນສາຍນີ້ໄດ້ຟື້ນຟູຢ່າງຮອບດ້ານ.

ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບຈີນ,ຮອງເສນາທິການສູງສຸດກອງທັບປະຊາຊົນລາວ,ລັດຖະມົນຕີຊ່ວຍວ່າການກະຊວງວຽກງານພາຍໃນມຽນມາແລະເລຂາທິການໃຫຍ່ຄະນະກຳມະການຄວາມປອດໄພແຫ່ງຊາດໄທໄດ້ເຂົ້າຮ່ວມພິທີແລະກ່າວຄຳປາໄສ.


| © China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |