ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ຄາດ​ວ່າ,​ຕະ​ຫຼາດ​ອະ​ສັງ​ຫາ​ລິ​ມະ​​ຊັບ​ຂອງ​ຈີນ​ອາດ​ຈະ​ສາ​ມາດ​ລົງ​ຮອດ​ຈັງ​ຫວະ​ເຕີບ​ເຕີ​ທີ່​ເໝາະ​ສົມ​ຢ່າງ​​ໝັ້ນ​ທ່ຽງ

(GMT+08:00) 2011-12-10 16:49:14     cri
ວັນ​ທີ9​ທັນວາ​ນີ້,ຢູ່​ທີ່ປັກ​ກິ່ງ,ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ເຜີຍ​ແຜ່​ "ປື້ມ​ປົກ​ສີຂຽວ​​ເຮືອນ​ຢູ່:​ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ເຮືອນ​ຢູ່​ຂອງ​ຈີນ​ປີ2011​ຫາ​ປີ2012".​ປື້ມ​ປົກ​ສີຂຽວ​ສະບັບ​ນີ້​ເຫັນ​ວ່າ,​ຍ້ອນ​ວ່າ​ນະ​ໂຍ​ບາຍ​ປັບ​ປຸງ​ຄວບ​ຄຸມ​ໄດ້​ຮັບ​ຜົນ​ຢ່າງ​ຈະ​ແຈ້ງ,​ຕະ ຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ຂອງ​ຈີນ​ອາດ​ຈະ​ສາມາດ​ລົງ​ຮອດ​ຈັງ​ຫວະ​ເຕີບ​ໂຕ​ທີ່​ເໝາະ​ສົມ​ໄດ້​ຢ່າງ​ໝັ້ນ​ທ່ຽງ.

ປື້​ມປົກ​ສີຂຽວ​ຂຽນ​ວ່າ,​ແຕ່​ປີ2010​ຫາ​ປີ2011,ທ່ວງທ່າ​ທີ່​ລາຄາ​ເຮືອນ​ຢູ່​ຖີບ​ສູງ​ຂຶ້ນຢ່າງ​ວ່ອງ​ໄວ​ນັ້ນ​ໄດ້​ຖືກ​ສະ​ກັດ​ກັ້ນ​ໃນ​ເບື້ອງ​ຕົ້ນ,​ຕະ​ຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ຄ່ອຍໆ​ປະ​ກົດ​ມີ​ສະ ພາບ​ການ​ທີ່​ປະ​ລິ​ມານ​ຊື້​ຂາຍ​ແລະ​ລາ​ຄາ​ຊື້​ຂາຍ​ຫຼຸດ​ລົງ​ພ້ອມ​ກັນ,​ໂດຍ​ລວມ​ແລ້ວ​ໄດ້​ຮັກ​ສາ ຢູ່​ໃນ​ສະ​ພາບ​ທີ່​ມີ​ຄວາມ​ໝັ້ນ​ທ່ຽງ​ແລະ​ຫຼຸດ​ລົງ​ເປັນ​ກ້າວໆ.ຢູ່​ບົນ​ພື້ນ​ຖານ​ທີ່​ຮັກ​ສາ​ຜົນ​ທີ່​ໄດ້​ຮັບ​ໃນ​ປະ​ຈຸ​ບັນ,​ຄາດ​ວ່າ​ໃນ​ອະ​ນາ​ຄົດ,​ຍັງ​ຈະ​ປະ​ຕິ​ບັດ​ນະ​ໂຍບາຍ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຂັດ ໂດຍ​ລວມ,​ແຕ່​ຈະ​ມີ​ການ​ປ່ຽນ​ແປງ​ເລັກ​ໜ້ອຍ​ຕໍ່​ທ້ອງ​ຖິ່ນ​ທີ່​ຕາມ​ເງື່ອນ​ໄຂ,​ເພື່ອ​ເຮັດ​ໃຫ້​ຕະ​ຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ສາ​ມາດ​ລົງ​ຮອດ​ຈັງ​ຫວະ​ເຕີບ​ໂຕ​ທີ່​ເໝາະ​ສົມ​ຢ່າງ​ໝັ້ນ​ທ່ຽງ.

ນອກ​ນີ້,ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ເຜີຍ​ແຜ່​ບົດ​ລາຍ​ງານ​ໃນ​ວັນ​ທີ9​ທັນ​ວາ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ເດືອນ​ພະ​ຈິກ​ປີ​ນີ້,​ເ​ມື່ອທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ,​ເນື້ອ​ທີ່​ຈຳ​ໜ່າຍ​ເຮືອນ​ຢູ່​​ຂອງ​ຈີນ​ຫຼຸດ​ລົງ​1,7%,​ມູນ​ຄ່າ​ຈຳ​ໜ່າຍ​ຫຼຸດ​ລົງ​1,2%.ຕົວ​ເລກ​ດັດ​ຊະ​ນີ​ຮຸ່ງ​ເຮືອງ​ຂອງ​ການ​ພັດ​ທະ​ນາ​ອະ​ສັງ​ຫາ​ລິ​ມະ​ຊັບ​ຂອງ​ຈີນ​ແມ່ນ​99,87,​ຊຶ່ງ​ໄດ້​ຫຼຸດ​ລົງ​ຮອດ​ລະ​ດັບ​ຕ່ຳ​ກວ່າ​100​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ສອງ​ປີ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ