ທ່ານ​ບານ​ກີ​ມູນ​ຮຽກຮ້ອງ​ໃຫ້ກົງ​ໂກ​ທີ່​ນະ​ຄອນ​ຫຼວງ​ຢູ່​ກິນ​ຊາ​ຊາ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ຜົນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໂດຍ​ສັນຕິ

(GMT+08:00) 2011-12-10 16:52:14     cri
ວັນ​ທີ9​ທັນວາ​ນີ້,ຄະນະ​ກຳມະການ​ເລືອກ​ຕັ້ງອິດ​ສະຫຼະ​ຂອງ​ກົງ​ໂກທີ່​ນະ​ຄອນ​ຫຼວງ​ຢູ່​ກິນ​ຊາ​ຊາ​ປະກາດ​ຜົນ​ສະ​ຖິ​ຕິ​ບັດ​ເລືອກ​ຕັ້ງ​ທັງ​ໝົດ,​ທ່ານ​ໂຈ​ເຊຟ ກາ​ບີ​ລາ,​ປະ​ທາ​ນາ​ທິ​ບໍ​ດີ​ຜູ່​ປະ​ຈຸ​ບັນ​​ໄດ້​ຮັບ​ບັດ​ຫຼາຍ​ກວ່າ​ໝູ່,​ແລະ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ28​ພະຈິກ​ແລ້ວ​ນີ້.

ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ບານ​ກີ​ມູນ,​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ຜ່ານ​ໂຄສົກອອກ​ຖະ​ແຫຼງ​ການ​ວ່າ,​ທ່ານ​ໄດ້​ສົນ​ໃຈ​ຜົນ​ສະ​ຖິ​ຕິ​ບັດ​ເລືອກ​ຕັ້ງ​ຊົ່ວ​ຄາວ​ທີ່​ປະ​ກາດ​ໂດຍ​ຄະນະ​ກຳ ມະ​ການ​ເລືອກ​ຕັ້ງ​ອິດ​ສະ​ຫຼະ​ຂອງ​ປະ​ເທດ​ດັ່ງ​ກ່າວ​ແລ້ວ.​ທ່ານ​ຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ທັງ​ໝົດ​ກ່ຽວ​ກັບ​ຜົນ​ການ​ເລືອກ​ຕັ້ງ​ເທື່ອ​ນີ້​ໂດຍ​ສັນ​ຕິ,​ໂດຍ​ຜ່ານ​ກົດ​ໝາຍ​​ແລະ​ກົນ​ໄກ​​ໄກ່​ເກ່ຍ​ທີ່​ມີ​ຢູ່​ໃນ​ປະ​ຈຸ​ບັນ.

ທ່ານ​ບານ​ກີ​ມູນ​ຮຽກຮ້ອງ​ໃຫ້​ຜູ່​ສະໝັກ​ຮັບ​ເລືອກ​ຕັ້ງປະທານາທິບໍດີ​ທຸກ​ທ່ານ​ພ້ອມ​ດ້ວຍ​ຜູ່​ສະໜັບສະໜູນ​ຂອງ​ເຂົາ​ເຈົ້າ​ຮັກ​ສາ​​ຄວາມ​ອົດ​ກັ້ນ​ໄວ້,​ຫຼີກ​ລ້ຽງ​ເກີດ​ການ​ກະ​ທຳ​ທີ່​ທ້າ​ທາຍ​ເກາະ​ຜິດ,​ຍຸ​ຍົງ​ຫຼື​ໃຊ້​ຄວາມ​ຮຸນ​ແຮງ.

ວັນ​ທີ28​ພະຈິກ​​ແລ້ວ​ນີ້,​ກົງ​ໂກ​ທີ່​ນະ​ຄອນ​ຫຼວງ​ຢູ່​ກິນ​ຊາ​ຊາ​ຈັດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ.​ພັກ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ແລະ​ຄວາມ​ກ້າວ​ໜ້າ​ຂອງ​ສັງ​ຄົມ​ແລະ​ພັກ​ຢູ​ນີ​​ແຟດ​ລູ​ມຸມ​ບິ​ສ​ເຕ​ທີ່​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ເທື່ອ​ນີ້​ເກີດ​ການ​ປະ​ທະ​ກັນ​ຢູ່​ບໍ​ລິ​ເວນ​ໃກ້​ສະ​ໜາມ​ບິນ​ນະ​ຄອນ​ຫຼວງ​ກິນ​ຊາ​ຊາ,​ເຮັດ​ໃຫ້​10​ກວ່າ​ຄົນ​ເສຍ​ຊີ​ວິດ,​68​ຄົນ​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ