ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ໃນ​11​ເດືອນ​ທຳ​ອິດ​ປີ​ນີ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 23,6%

(GMT+08:00) 2011-12-10 16:55:53     cri
ວັນ​ທີ10​ທັນວາ​ນີ້,ດ່ານ​ພາສີ​ຈີນ​ເຜີຍ​ແຜ່​ຕົວ​ເລກສະຖິຕິ​ຫຼ້າສຸດ​ໂດຍ​ສະ​ແດງ​ໃຫ້​ເຫັນວ່າ,​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຜະ​ຈິກ​ປີ​ນີ້,​ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ຫຼາຍ​ກວ່າ 3300 ຕື້​ໂດ​ລາ,​ຫຼາຍ​ກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ 23,6%.

​ໃນ​ນັ້ນ,ການ​ຄ້າ​ຂາ​ອອກ​ຫຼາຍກວ່າ1700ຕື້​ໂດ​ລາ,​ເພີ່ມ​ຂຶ້ນ21%;​ການ​ຄ້າ​ຂາ​ເຂົ້າ​ຫຼາຍ​ກວ່າ 1500​ຕື້​ໂດ​ລາ,​ເພີ່ມ​ຂຶ້ນ​26%.​ການ​ສົ່ງ​ອອກ​ຫຼາຍ​ກວ່າ​ການ​ນຳ​ເຂົ້າ​138​ຕື້​400​ລ້ານ​ໂດ​ລາ,​ຫຼຸດ​ໜ້ອຍ​ລົງ​18%.

ໃນ​ການ​ຄ້າ​ກັບ​ຄູ່​ການ​ຄ້າ​ຕົ້ນຕໍ,​ໃນ11​ເດືອນ​ທຳ​ອິດ​ປີ​ນີ້,​ລວມ​ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ເອີ​ຣົບ,​ອາ​ເມ​ລິ​ກາ,​ຍີ່​ປຸ່ນ​ແລະ​ອາ​ຊຽນ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​16%.

ນອກ​ນີ້,ລວມຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າຂາ​ອອກ​ລະ​ຫວ່າງ​ຈີນ​ກັບ​ອົສ​ຕຼາ​ລີ,​ເບຼ​ຊິນ,​ຣັດ​ເຊຍ​ແລະ​ອາ​ຟະ​ລິ​ກາ​ໃຕ້​ເປັນ​ຕົ້ນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,​ລ້ວນ​ແຕ່​ໄວ​ກວ່າ​ຈັງ​ຫວະ​ເຕີບ​ໂຕ​ໂດຍ​ລວມ​ໃນ​ໄລ​ຍະ​ດຽວ​ກັນ,​ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຈະ​ເລີນ​ໃໝ່​ນັ້ນ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ