
ຕາມຂ່າວCRI:ຕອນຄ່ຳວັນທີ9ທັນວານີ້,ພິທີໄຂງານມະຫະກຳໂຍນໝາກຄອນຈີນ,ລາວ,ຫວຽດນາມຄັ້ງທີ2ໄດ້ຈັດຂຶ້ນຢ່າງຄຶກຄື້ນຢູ່ເມືອງຈ່ຽງເຊິງຂອງນະຄອນຜູເອີແຂວງຢຸນນານຈີນ.ນັກຮ້ອງແລະນັກສະແດງທີ່ມາຈາກຈີນ,ລາວແລະຫວຽດນາມໄດ້ສະແດງລາຍ ການສິລະປະໃນພິທີໄຂງານ.

ໃນເວລາກ່າວຄຳປາໄສໃນພິທີໄຂງານ,ທ່ານຢາງຈ້ຽນຈາ,ຮອງຫົວໜ້າຄະນະປະຈຳສະພາປະຊາຊົນແຂວງຢຸນນານກ່າວວ່າ: "ເມືອງຈ່ຽງເຊິງແມ່ນບ່ອນສຳຄັນຂອງຈີນທີ່ເຊື່ອມຕໍ່ກັບຫວຽດນາມ,ລາວແລະມຽນມາ,ງານມະຫະກຳໂຍນໝາກຄອນລະຫວ່າງສາມປະເທດຖືການໂຍນໝາກຄອນເປັນໂອກາດ,ສະເຫຼີມສະຫຼອງງານບຸນຮ່ວມກັນເພື່ອຮັດແໜ້ນມິດຕະພາບ,ໄດ້ທຸ່ມເທພະລັງຊີວິດເຂົ້າໃນການບັນລຸເປົ້າໝາຍທີ່ເຮັດໃຫ້ແຂວງຢຸນນານກາຍເປັນແຫຼ່ງຈໍລະຈອນສິນຄ້າກັບອາຊຽນ."
