ພິ​ທີ​ເປີດ​"ທີ່​ລະ​ລຶກ​ຈີນ​ລາວ​ສ້າງສາ​ຍ​ພົວ​ພັນ​ທາງ​ການ​ທູດ​ຄົບຮອບ50​ປີ​ແລະ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຂອງ​ຊາວ​ໜຸ່ມ​ຈີນ​ລາວ"

(GMT+08:00) 2011-12-10 17:57:47     cri

ຕອນ​ເຊົ້າວັນ​ທີ10​ທັນວາ​ນີ້,ພິທີ​ເປີດ​"ທີ່ລະ​ລຶກຈີນ​ລາວ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ ຮອບ​50​ປີ​ແລະ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຂອງ​ຊາວ​ໜຸ່ມ​ຈີນ​ລາວ"​ຈັດ​ຂຶ້ນ​ຢູ່​ເມືອງ​ຈ່ຽງ​ເຊິງ​ນະ​ຄອນ​ຜູ​ເອີ​​ແຂວງ​ຢຸນ​ນານ​ຂອງ​ຈີນ.


ທ່ານຄຳຜາ ພູມມະສອນກ່າວຄຳປາໄສ

ທ່ານ​ຫຼີ​ສຽວ​ພີງ,​ຮອງ​ເລ​ຂາ​ຄະນະ​ພັກ​ນະ​ຄອນ​ຜູ​ເອີ,​ທ່ານ​ລູ້​ພີງ,​ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ຊາວ​ໜຸ່ມ​ມູ​ນິດ​ຈີນ,​ຮອງ​ເລ​ຂາ​ຄະ​ນະ​ຊາວ​ໜຸ່ມ​ກອມ​ມູນິດ​ແຂວງ​ຢຸນ​ນານ,​ທ່ານ​ຄຳ​ຜາ ພູມ​ມະ​ສອນ,​ຮອງ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ພ້ອມ​ດ້ວຍ​ຄະ​ນະ​ໄດ້​ເຂົ້າ​ຮ່ວມ​ພິ​ທີ.


ແລກປ່ຽນໝາກຄອນ


ໃນ​ເວລາ​ກ່າວ​ຄຳ​ປາ​ໄສ,ທ່ານ​ລູ້​ພີ​ງກ່າວ​ວ່າ: "ທີ່ລະ​ລຶກ​ແມ່ນ​ສັນຍາ​ລັກ​ແຫ່ງຊາວ​ໜຸ່ມ​ຈີນ​ລາວ,ກໍ່​ແມ່ນ​ສັນ​ຍາ​ລັກ​​ແຫ່ງ​​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະຫວ່າງ​ສອງ​ປະ​ເທດ.​ມັນ​ສະ​ແດງ​ໃຫ້​​ເຫັນ​ເຖິງຄວາມ​ຊີວິດ​ຊີວາຂອງ​ຊາວ​ໜຸ່ມ,​ບັນ​ທຶກ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ອັນ​ຈິງ​ໃຈ​ຂອງ​ສອງ​ພັກ,​ລັດ​ທີ່​ມີ​ຕໍ່​ຊາວ​ໜຸ່ມ,​ພວກ​ເຮົາ​ຄວນ​ສືບ​ທອດ​ພັດ​ທະ​ນາ​ແລະ​ສົ່ງ​ເສີມ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ແບບ​ນີ້​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ."

ປີ​ນີ້​ແມ່ນ​ປີ​ທີ່​ຈີນ​ລາວ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບຮອບ50​ປີ,​ກິດ​ຈະ​ກຳ​ແລກ​ປ່ຽນ​ມິດ ຕະ​ພາບ​ລະ​ຫວ່າງ​ຊາວ​ໜຸ່ມ​ຈີນ​ລາວ​ທີ່​ຮ່ວມ​ກັນ​ຈັດ​ໂດຍ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ​ກອມ​ມູ​ນິດ​ຈີນ​ແລະ​ອົງ​ການ​ປົກ​ຄອງ​ແຂວງ​ຢຸນ​ນານ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຈ່ຽງ​ເຊິງ​ໃນ​ໄລ​ຍະ​ຈັດ​ງານ​ມະ​ຫະ​ກຳ​ໂຍນ​ໝາກ​ຄອນ.​ກິດ​ຈະ​ກຳ​ເທື່ອ​ນີ້​ມີ​ຈຸດ​ປະ​ສົງ​ຜ່ານ​ການ​ແລກ​ປ່ຽນ​ລະ​ຫວ່າງ​ຊາວ​ໜຸ່ມ​ສອງ​ປະ​ເທດ,​ຮັດ​ແໜ້ນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ສືບ​ທອດ​ກັນ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ