ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ,​ຈີນ​ຈະ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​​ທີ່​ຕັ້ງ​ໜ້າ​ແລະ​ເປັນ​ເຈົ້າ​ການ​ກວ່າ​ເກົ່າ

(GMT+08:00) 2011-12-11 14:32:06     cri

ກອງ​ປະຊຸມເວທີ​ປຶກສາ​ຫາລືຂັ້ນສູງ​ກ່ຽວ​ກັບ​ຈີນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຄົບຮອບ10​ປີ​​ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ​11​ທັນ​ວາ​ນີ້​ຢູ່​ປັກ​ກິ່ງ.​ໃນ​ເວ​ລາ​ກ່າວ​ປາ​ຖະ​ກະ​ຖາ,​ທ່ານ​ຫູ​ຈິນ​ທ່າວ,​ປະ​ທານ​ປະ​ເທດ​ຈີນ​ກ່າວ​ເນັ້ນ​ວ່າ,​ໃນ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ,​ຈີນ​ຈະ​ຍຶດ​ໝັ້ນ​ອາ​ໄສ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ.​ຈີນ​ຈະ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ໄຂ​ປະຕູ​ສູ່​ພາຍ​ນອກ​ທີ່​ຕັ້ງ​ໜ້າ​ແລະ​ເປັນ​ເຈົ້າ​ການ​ກວ່າ​ເກົ່າ,​ເປີດ​ກວ້າງ​ຂົງ​ເຂດ​ແລະ​ຊ່ອງ​ທາງ​​ໃໝ່​ແຫ່ງ​ການ​ໄຂ​ປະ​ຕູ່​ສູ່​ພາຍ​ນອກ,​ປັບ​ປຸງ​ລະ​ບົບ​ແລະ​ກົນ​ໄກ​ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ເສດ​ຖະ​ກິດ​ແບບ​ໄຂ​ປະຕູ​ສູ່​ພາຍ​ນອກ​ດີ​ກວ່າ​ເກົ່າ,​ຍົກ​ສູງ​ລະດັບ​ແລະ​ຄຸນ​ນະ​ພາບ​ຂອງ​ເສດ​ຖະ​ກິດ​ແບບ​ໄຂ​ປະຕູ​ສູ່​ພາຍ​ນອກ,​ກໍ່​ຮ່າງ​ສ້າງ​ຕົວ​ຂຶ້ນ​ເປັນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ແບບ​ໄຂ​ປະຕູ​ສູ່​ພາຍ​ນອກ​ອັນ​ໃໝ່,​ໃຊ້​ການ​​ໄຂ​ປະ​ຕູ່​ສູ່​ພາຍ​ນອກ​ຊຸກ​ຍູ້​ການ​ພັດ​ທະ​ນາ,​ການ​ປະ​ຕິ​ຮູບ​ແລະ​ການ​ປະ​ດິດ​ສ້າງ​ໃຫ້​ດີກ​ວ່າ​ເກົ່າ.

ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ,ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ແມ່ນ​ເລື່ອງ​ໃຫຍ່​ໃນ​ຂະ​ບວນການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຂອງ​ຈີນ,​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ປະ​ຫວັດ​ສາດ​ອັນ​ໃໝ່.​ເມື່ອ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ແລ້ວ,​ຈີນ​ຍຶດ​ໝັ້ນ​ຖື​ການ​ນຳ​ໃຊ້​ສິດ​ແລະ​ຜົນ​ປະ​ໂຫຍ​ດກັບ​ການ​ປະ​ຕິ​ບັດ​ຕາມ​ພັນທະ​ໃຫ້​ປະສານ​ສົມ​ທົບ​ກັນ,​ຖື​ການ​ບັນ​ລຸ​ການ​ພັດ ທະນາ​ຕົນ​ເອງ​ກັບ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ​ຂອງ​ໂລກ​ໃຫ້​ປະ​ສານ​ສົມ​ທົບ​ກັນ,​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ແລະ​ການ​ແຂ່ງ​ຂັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຊາດ​ໃນ​ຂອບ​ເຂດ​ກວ້າງ​ກວ່າ​ເກົ່າ​ແລະ​ມີ​ລະ​ດັບ​ສູງ​ກວ່າ​ເກົ່າ,​ໄດ້​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ໂລກ​ເກີດ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ.​ໂລກ​ໃນ​ຊູ່​ມື້​ນີ້​ແມ່ນ​ໂລກ​ທີ່​ໄຂ​ປະຕູ​ສູ່​ພາຍ​ນອກ, ມີ​​ແຕ່​ຍຶດ​ໝັ້ນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ທໍ່​ນັ້ນ,​ຈຶ່ງ​ຈະ​ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ,​ຈຶ່ງ​ຈະ​ສາ​ມາດ​ແກ້​ໄຂ​ບັນຫາ​ຫຍຸ້ງ​ຍາກ​ທີ່​ເກີດ​ຂຶ້ນ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ.

ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ,​ອ່ວາຍ​ໜ້າ​ໄປ​ສູ່ອະນາຄົດ,ຈີນ​ຈະ​ຍຶດໝັ້ນ​ເປັນ​ຜູ່​ປະຕິບັດ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ,​ຊຸກ​ຍູ້​ການ​ຮ່ວມ​ມື​ຮ່ວມ​ກັນ,​ປົກ​ປັກ​ຮັກ​ສາ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ແລະ​ເປັນ​ຜູ່​ເຂົ້າ​ຮ່ວມ​ການ​ປັບ​ປຸງ​ເສດ​ຖະ​ກິດ​ທົ່ວ​ໂລກ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ. ປະ​ເທດ​ຈີນ​ທີ່​ໄຂ​ປະ​ຕູ​ສູ່​ພາຍ​ນອກ,​ພັດ​ທະ​ນາ,​ຈະ​ເລີນ​ຮຸ່ງ​ເຮືອງ,​ດຸນ​ດ່ຽງ​ແລະ​ມີ​ສະ​ຖຽນ​ລະ ພາບ​ຈະ​ປະ​ກອບ​ສ່ວນ​ອັນ​ໃໝ່​ແລະ​ໃຫຍ່​ຫຼວງ​ກວ່າ​ເກົ່າ​​ໃຫ້​ແກ່​ມວນ​ມະ​ນຸດ.

​ໃນ​ກອງ​ປະຊຸມ​ຄັ້ງນີ້,ມີທ່ານ​ວາງ​ຊີ​ຊ່ານ,ຮອງ​ນາຍົກລັດຖະມົນຕີ​ຈີນ​ເປັນ​ປະທານ​​ໃນ​ກອງ​ປະຊຸມ​ເວທີ​ປຶກສາ​ຫາ​ລື.​ມີ​ຜູ່​ແທນ​ຈາກ​ວົງ​ການ​ຕ່າງໆ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ ຄື:​ທ່ານ​ປັສ​ການ ລາ​ມີ,​ຜູ່​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ,​ທ່ານ​ສຸ​ພາ​ໄຊ ພາ​ນິດ​ສະ​ພັກ,​ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ພັດ​ທະ​ນາ​ການ​ຄ້າ​ຂອງ​ສະ​ຫະ​ປະ​ຊາ​ຊາດ,​ພ້ອມ​ດ້ວຍ​ຜູ່​ຮັບ ຜິດ​ຊອບ​ຂອງ​ທະ​ນາ​ຄານ​ໂລກ​ແລະ​ອົງ​ການ​ກອງ​ທຶນ​ເງິນ​ຕາ​ສາ​ກົນ​ກໍ່​ໄດ້​ເຂົ້າ​ຮ່ວມ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ