ຂໍ້ຕົກລົງຂອງກອງປະຊຸມສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທີ່ເດີບານໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດທີ່ພວມພັດທະນາ
(GMT+08:00) 2011-12-11 17:33:20 cri
ວັນທີ11ທັນວານີ້,ຢູ່ເດີບານຂອງອາຟະລິກາໃຕ້,ກອງປະຊຸມຄັ້ງທີ17ຂອງຝ່າຍເຊັນສົນທິ ສັນຍາຂອບການປ່ຽນແປງຂອງດິນຟ້າອາກາດສະຫະປະຊາຊາດໄດ້ອັດລົງ.ເມື່ອໄດ້ປຶກ ສາຫາລືກັນເປັນເວລາ14ວັນ,ຜູ່ແທນທີ່ຮ່ວມປະຊຸມເປັນເອກະສັນກັນເຫັນດີ,ການປະຕິບັດຄຳໝັ້ນສັນຍາໄລຍະທີ2ຂອງອະນຸສັນຍາກຽວໂຕຈະເລີ່ມແຕ່ວັນທີ1ມັງກອນປີ2013,38 ປະເທດທີ່ພັດທະນາແລ້ວຈະສືບຕໍ່ໃຫ້ຄຳໝັ້ນສັນຍາກ່ຽວກັບການຫຼຸດການລະບາຍກາກບອນດີອອກຊິດທີ່ມີຜົນບັງຄັບໃຊ້ດ້ານກົດໝາຍ,ເປົ້າໝາຍອັນລະອຽດຈະສະເໜີອອກມາກ່ອນວັນທີ1ພຶດສະພາປີໜ້າແລະຈະໄດ້ຮັບການພິຈາລະນາ.ກ່ຽວກັບໄລຍະເວລາທີ່ປະຕິບັດຄຳໝັ້ນສັນຍາໄລຍະທີ2ຈະຕົກລົງໃນກອງປະຊຸມການປ່ຽນແປງຂອງດິນຟ້າອາກາດທີ່ຈະ ຈັດຂຶ້ນຢູ່ກາຕາໃນປີໜ້າ.ກອງປະຊຸມຍັງຕົກລົງເລີ່ມນຳໃຊ້ມູນນິທິດິນຟ້າອາກາດສີຂຽວ,ມູນນິທິນີ້ກຳນົດວ່າ,ແຕ່ປີ2013ຫາປີ2020,ແຕ່ລະປີ,ປະເທດທີ່ພັດທະນາແລ້ວຈະສະໜອງ 100ຕື້ໂດລາໃຫ້ແກ່ປະເທດທີ່ພວມພັດທະນາ,ເພື່ອຊ່ວຍປະເທດທີ່ພວມພັດທະນາລື້ງກັບການປ່ຽນແປງຂອງດິນຟ້າອາກາດ.
ພາຍຫຼັງກອງປະຊຸມ,ທ່ານເຊ້ເຈີ້ນຮວາກ່າວວ່າ,ກອງປະຊຸມຄັ້ງນີ້ໄດ້ຕອບສະໜອງຄວາມ ປາຖະໜາທາງດ້ານອະນຸສັນຍາກຽວໂຕແລະມູນນິທິດິນຟ້າອາກາດສີຂຽວຂອງປະເທດທີ່ພວມພັດທະນາ,ຝ່າຍຈີນຮູ້ສຶກເພີ່ງພໍໃຈຕໍ່ຂໍ້ຕົກລົງຂອງກອງປະຊຸມ.ທ່ານກ່າວວ່າ:"ພວກຂ້າພະເຈົ້າດີໃຈຫຼາຍທີ່ກອງປະຊຸມຄັ້ງນີ້ໄດ້ຍຶດໝັ້ນອະນຸສັນຍາກຽວໂຕ,ປະເທດທີ່ພັດທະນາແລ້ວໄດ້ໃຫ້ຄຳໝັ້ນສັນຍາໄລຍະທີ2ກ່ຽວກັບການຫຼຸດການລະບາຍກາກບອນດີອອກຊິດຕື່ມອີກ;ພວກຂ້າພະເຈົ້າດີໃຈຫຼາຍທີ່ໄດ້ຜ່ານຮັບຮອງບົດລາຍງານຂອງຄະນະກຳ ມະການຊົ່ວຄາວກ່ຽວກັບມູນນິທິດິນຟ້າອາກາດສີຂຽວ,ຫວັງໃຫ້ປະຕິບັດຄ່າໃຊ້ຈ່າຍຂອງມູນນິທິນີ້ຢ່າງແທ້ຈິງ,ແລະປະເທດທີ່ພວມພັດທະນາຈະສາມາດຮັບການສະໜັບສະໜູນດ້ານເງິນທຶນໃນປີໜ້າໄດ້."
ຝ່າຍຕ່າງໆລ້ວນແຕ່ສະແດງຄວາມເພີ່ງພໍໃຈຕໍ່ ໝາກຜົນຂອງກອງປະຊຸມຄັ້ງນີ້,ທ່ານເຊ້ເຈີ້ນຮວາກ່າວວ່າ,ກອງປະຊຸມຄັ້ງນີ້ໄດ້ລົງເລິກປຶກສາຫາລືກ່ຽວກັບວຽກງານເພີ່ມທະວີການປະຕິບັດສົນທິສັນຍາຕື່ມອີກຫຼັງປີ2020,ໄດ້ສົ່ງສັນຍານອັນຕັ້ງໜ້າຕໍ່ປະຊາຄົມໂລກ.ທ່ານກ່າວວ່າ: "ພວກຂ້າພະເຈົ້າສະໜັບສະໜູນຂໍ້ຕົກລົງຕ່າງໆຂອງກອງປະຊຸມຄັ້ງນີ້,ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ,ກົນໄກຫຼາຍຝ່າຍໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນມີຜົນສັກສິດ,ປະເທດຕ່າງໆຄວນປະຕິບັດສົນທິສັນຍາຢ່າງຕັ້ງໜ້າ,ໃຊ້ການກະທຳຢ່າງແທ້ຈິງ,ພະຍາຍາມເຮັດໃຫ້ນະໂຍບາຍແລະມາດຕະການທັງໝົດຈະໄດ້ຮັບການປະຕິບັດຢ່າງແທ້ຈິງ,ແລະຈະໄດ້ຮັບໝາກຜົນຢ່າງແທ້ຈິງໂດຍໄວເທົ່າທີ່ຈະໄວໄດ້."