ສັນ​ນິ​ບາດ​ອາ​ຣັບ​ຈະ​ຈັດ​ກອງ​ປະ​ຊຸມ​ສຸກ​ເສີນ​ສອງ​ເທື່ອ​ເພື່ອ​ແກ້​ໄຂ​ສະ​ຖາ​ນະ​ການ​ຊີ​ຣີ

(GMT+08:00) 2011-12-11 19:07:59     cri
ວັນ​ທີ10​ທັນວາ​ນີ້,​ເຈົ້າໜ້າ​ທີ່​ຂອງ​ສັນນິບາ​ດອາຣັບຜູ່​ໜຶ່ງກ່າວ​ວ່າ,ສັນນິບາດ​ອາຣັບຈະ​ຈັດ​ກອງ​ປະ​ຊຸມ​ສຸກ​ເສີນ​ສອງ​ເທື່ອ​ຢູ່​ເລີ​ແກ​ພາຍ​ໃນ​ໜຶ່ງ​ອາ​ທິດ,​ເພື່ອ​​ແກ້​ໄຂ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຊີ​ຣີ.

ກອງ​ປະຊຸມ​ສຸກ​ເສີນ​ສອງ​ເທື່ອ​ນີ້​ຈະ​ແມ່ນກອງ​ປະຊຸມ​ຄະນະ​ກຳມະການ​ລະດັບ​ລັດ​ຖະ​ມົນ​ຕີ​ແລະ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຣັບ.​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຈະ​ໃຫ້​ຄຳ​ຕອບ​ຕໍ່​ຈົດ​ໝາຍ​ທີ່​ທ່ານ​ວາ​ລິດ ອານ ​ມູ​ອາ​​ເລັມ,​ລັດ​ຖະ ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ຊີ​ຣີ​ສົ່ງ​ໃຫ້​ແກ່​ກອງ​ເລຂາ​ສັນ​ນິ​ບາດ​ອາ​ຣັບ​ໃນ​ວັນ​ທີ​4​ທັນ​ວາ​ນີ້.​ເນື້ອ​ໃນ​ຈົດ​ໝາຍ​ຂອງ​ທ່ານ​ໂມ​ອາ​ເລັມ​ຂຽນ​ວ່າ,​ຊີ​ຣີ​ເຫັນ​ດີ​ເຊັນ​ສັນ​ຍາ​ໃຫ້​ຄະ ນະ​ຜູ່​ສັງ​ເກດ​ການ​ເຂົ້າ​ມາ​ຊີ​ຣີ​ໂດຍ​ມີ​ເງື່ອນ​ໄຂ,​ແລະ​ໄດ້​ຂຽນ​ເງື່ອນ​ໄຂ​ແລະ​ຄວາມ​ຕ້ອງ​ການ​ຈຳ​ນວນ​ໜຶ່ງ​ໃນ​ຈົດ​ໝາຍ​ສະ​ບັບ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ