ເຮືອ​ລາດ​ຕະ​ເວນ​ຮ່ວມ​ຂອງ​4​ປະ​ເທດ​ເຂົ້າ​ສູ່​ແມ່​ນ້ຳ​ຂອງ​ຕອນ​ທາງ​ລາວ​ແລະ​ມຽນ​ມາ

(GMT+08:00) 2011-12-11 19:24:13     cri
ວັນ​ທີ10​ທັນວາ​ນີ້,ຈີນ,ລາວ,ມຽນມາ​ແລະ​ໄທ​ເລີ່​ມດຳ​ເນີນ​ການ​ລາດຕະ​ເວນຮ່ວມ​ຕາມ​ລຳ​ແມ່​ນ້ຳ​ຂອງ​ຢ່າງ​ເປັນ​ທາງ​ການ,​ເພື່ອ​ຮ່ວມ​ກັນ​ປົກ​ປ້ອງ​ແລະ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ການ​ຂົນ​ສົ່ງ​ທາງ​ນ້ຳ​ຕາມ​ລຳ​ແມ່​ນ້ຳ​ຂອງ.

ຕອນ​ເຊົ້າວັນ​ທີ10​ທັນວາ​ນີ້,​ເຮືອ​ສິນ​ຄ້າ10​ລຳ​ພ້ອມ​ກັບ​ເຮືອ​ລາດ​ຕະ​ເວນ​​ຮ່ວມ​​ໄດ້​ເດີນ​ທາງ​ອອກ​ຈາກ​ດ່ານ​ກວ່ນ​ເຫຼີຍ​ຂອງ​ສິບ​ສອງ​ພັນ​ນາ​ຂອງ​ຈີນ,​ແລະ​ຜ່ານ​ຫຼັກ​ໝາຍ​ຊາຍ​ແດນ​ເລກ​ທີ​244​ທີ່​ຢູ່​ເປັນ​ຈຸດ​ເຊື່ອມ​ຕໍ່​ກັນ​ລະ​ຫວ່າງ​ຈີນ,​ລາວ​ແລະ​ມຽນ​ມາ,​ເຂົ້າ​ສູ່​ທາງ​ເດີນ​ເຮືອ​ສາ​ກົນ​ແມ່​ນ້ຳ​ຂອງ​ທີ່​ເປັນ​ຈຸດ​ເຊື່ອມ​ຕໍ່ກັນ​ລະຫວ່າງ​ລາວ​ແລະ​ມຽນ​ມາ,​ດ້ວຍ​ໄລ​ຍະ​ທາງ​150ກວ່າ​ກິ​ໂລ​ແມັດ​ກໍ່​ເຂົ້າ​ສູ່​ລາວ​ໃນ​ເວ​ລາ​17​ໂມງ​ກວ່າ.

ຕາມ​ກົນ​ໄກ​ຮ່ວມ​ມື​ປະຕິບັດ​ກົດໝາຍ​ແລະ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຕາມ​ລຳ​ແມ່​ນ້ຳຂ​ອງ​ລະ​ຫວ່າງ​ຈີນ,​ລາວ,​ມຽນ​ມາ​ແລະ​ໄທ,ອີງ​ຕາມ​ຖະ​ແຫຼງ​ການ​ຮ່ວມ​ແລະ​ບົດ​ບັນ​ທຶກ​ໃນ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ,​ຈະ​ຕັ້ງ​ກອງ​ບັນ​ຊາ​ການ​ຮ່ວມ​ຢູ່​ດ່ານ​ກວ່ນ​​ເຫຼີຍ​ຂອງ​ຈີນ,​ຕັ້ງ​ຈຸດ​ຕິດ​ຕໍ່​ພົວ​ພັນ​ຢູ່​ລາວ,​ມຽນ​ມາ​ແລະ​ໄທ,​ເພື່ອ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ຢ່າງ​ທັນ​ການ,​ຈັດ​ຕັ້ງ​ແລະ​ປະ​ສານ​ສົມ​ທົບ​ການ​ກະ​ທຳ​ຂອງ​ທຸກ​ຝ່າຍ;​ສ້າງ​ຕັ້ງ​ຊ່ອງ​ທາງ​ຕິດ​ຕໍ່​ພົວ​ພັນ​ກັນ​ຕະ​ຫຼອດ​24​ຊົ່ວ​ໂມງ​ກ່ຽວ​ກັບ​ການ​ລາດ​ຕະ​ເວນ​ຕາມ​ລຳ​ແມ່​ນ້ຳ​ຂອງ​ທີ່​ປະ​ກອບ​ດ້ວຍ​ພາກ​ສ່ວນ​ຮັບ​ຜິດ​ຊອບ​ຄຸ້ມ​ຄອງ​ຂອງ​4​ປະ​ເທດ.

ນອກ​ນີ້,ຕາມ​ສື່​ມວນ​ຊົນ​ໄທ​ລາຍງານວ່າ,ທ່ານສະ​ເຫຼີມ ຢູ່​ບຳ​ລຸງ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ທີ່​ຮັບ​ຜິດ​ຊອບ​ວຽກ​ສຳ​ຫຼວດ​ຄະ​ດີ​ທີ່​ລູກ​ເຮືອ​ຈີນ​ຖືກ​ສັງ​ຫານ​ຕາມ​ລຳ​ແມ່​ນ້ຳ​ຂອງ​ນັ້ນ​ກ່າວ​ວ່າ,​ວຽກ​ງານ​ສຳ​ຫຼວດ​ຊອກ​ຫາ​ຫຼັກ​ຖານ​ໄດ້​ສຳ​ເລັດ​ແລ້ວ,​ຜົນ​ສຳ​ຫຼວດ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ລູກ​ເຮືອ​ຈີນ​ບໍ່​ມີ​ສ່ວນ​ພົວພັນ​ເຖິງ​ຢາ​ເສບ​ຕິດ,ຄະດີ​ນີ້​ໄດ້​ເຂົ້າ​ສູ່​ລະ​ບຽບ​ການ​ທາງ​ດ້ານ​ກົດ​ໝາຍ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ