ຈັດເວທີ​ປຶກສາ​ຫາລື​ຂັ້ນ​ສູງ​ເພື່ອ​ລະ​ລຶກຈີນ​ເຂົ້າ​ເປັນ​ສະມາຊິກWTOຄົບຮອບ10ປີ

(GMT+08:00) 2011-12-11 13:03:28     cri

ເວທີ​ປຶກສາ​ຫາລື​ຂັ້ນ​ສູງ​ເພື່ອ​ລະ​ລຶກຈີນ​ເຂົ້າ​ເປັນ​ສະມາຊິກອົງການ​ການ​ຄ້າ​ໂລກ ຫຼື WTO ຄົບຮອບ 10 ປີ​ໄດ້​ຈັດ​ຂຶ້ນ​ໃນວັນ​ທີ 11 ທັນວາ​ນີ້ ຢູ່ຫໍ​ສະພາ​ປະຊາຊົນແຫ່ງ​ຊາດທີ່​ນະຄອນຫຼວງ​ປັກ​ກິ່ງ. ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ປາຖະກະຖາ​ໃນ​ເວທີ​ປຶກສາ​ຫາລືຄັ້ງ​ນີ້.


ທ່ານ​ວາງ​ຊີ​ສ່າ​ນ ຮອງ​ນາຍົກລັດຖະມົນຕີຈີນ​​ໄດ້ເປັນ​ປະທານ​​ໃນເວທີ​ປຶກສາ​ຫາລືຄັ້ງ​ນີ້. ຜູ່​ຕາງໜ້າຈາກ​ວົງ​ການ​ຕ່າງໆ​ຂອງ​ຈີນ​ແລະ​ຕ່າງປະ​ເທດ ​ເຊັ່ນ,ທ່ານ​ປັສການ ລາ​ມີ ຜູ່​ອຳນວຍ​ການ​ໃຫຍ່​ອົງການ​ການ​ຄ້າ​ໂລກ, ທ່ານ​ສຸພະ​ໄຊ ພານິດ​ຊະ​ພັກ ​ເລຂາທິການ​ໃຫຍ່​ສະພາ​ພັດທະນາການ​ຄ້າ​ຂອງ​ສະຫະ​ປະຊາ​ຊາດ, ພ້ອມ​ທັງ​ຜູ່​ຮັບຜິດ​ຊອບ​ຈາກ​ທະນາຄານ​ໂລກ ​ແລະ ອົງການກອງ​ທຶນ​ເງິນຕາ​ສາກົນ ຫຼື IMF ​ກໍ່​ໄດ້​ເຂົ້າຮ່ວມ​ເວ​ທີ​ປຶກສາ​ຫາລື.

ວັນ​ທີ 11 ທັນວາ ປີ2001, ຈີນ​​​ໄດ້​ເຂົ້າ​ເປັນ​ສະມາຊິກ​WTOຢ່າງ​ເປັນ​ທາງ​ການ. ​ໃນ 10 ປີ​ມາ​ນີ້, ​ເສດຖະກິດ ​ແລະ ການ​ຄ້າ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ. ປັດຈຸບັນ, ຈີນ​ໄດ້​ກາຍ​ເປັນ​ອົງ​ກອນ​ເສດຖະກິດ​ໃຫຍ່​ອັນ​ດັບ​ 2 ​ໃນ​ໂລກ, ​ເປັນປະ​ເທດສົ່ງ​ອອກ​ສິນຄ້າ​ໃຫຍ່​ທີ່​ສຸດ ​ແລະ ນຳ​ເຂົ້າ​ສິນຄ້າອັນ​ດັບ​ 2 ຂອງ​ໂລກ, ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ມີ​ຢູ່​ທົ່ວ​ໂລກ.


 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ