ປະຊາຊົນຣັດ​ເຊຍ​ຈັດ​ງານ​​ໂຮມຊຸມນຸມ​ປະ​ທ້ວງ​ສະ​ຖາ​ດູ​ມາ​ສໍ້​ໂກງ​ການ​ເລືອກ​ຕັ້ງ

(GMT+08:00) 2011-12-11 14:55:30     cri

ວັນ​ທີ 10 ທັນວາ​ນີ້, ກະຊວງ​ພາຍ​ໃນຣັດ​ເຊຍ​ຢືນຢັນ​ວ່າ, ຕອນ​ບ່າຍ​ມື້​ດຽວ​ກັນ ມີ​ປະຊາຊົນປະມານ 2 ໝື່ນ 5 ພັນ​ຄົນ​ໄດ້​ຈັດ​ງານ​ໂຮມ​ຊຸມນຸມ​ປະ​ທ້ວງ​ສະພາ​ດູ​ມາ​ສໍ້​ໂກງ​ການ​ເລືອກ​ຕັ້ງ​ຢູ່​ນະຄອນຫຼວງມົສກູ.

ຕາມ​ໄດ້​ຊາບ, ມື້​ດຽວ​ກັນ, ຢູ່​​ເມືອງ​ອື່ນ​ໆຂອງຣັດ​ເຊຍ, ​ເຊັ່ນ, ​ເຊ​ນດ໌ ປິ​ເຕີ​ສ໌​ເບີກ ​ແລະ ວຸະລາ​ດີ​ໂວ​ສດົກ​​ກໍ່​ໄດ້​ຈັດ​ງານ​​ໂຮມຊຸມນຸມປະ​ທ້ວງ​ເຊັນ​ດຽວ​ກັນ.

ອີງ​ຕາມ​ຜົນ​ການ​ເລືອກ​ຕັ້ງສະພາ​ດູ​ມາຣັດ​ເຊຍ​ທີ່​ປະກາດ​ໃນ​ວັນ​ທີ 9 ທັນວາ​ນີ້,ພັກທ້ອນ​ໂຮມຣັດ​ເຊຍ​ເປັນ​ເອກະ​ພາບ​, ພັກ​ກອມ​ມູນິດ​ຣັດ​ເຊຍ, ພັກຣັດ​ເຊຍ​ທ່ຽງ​ທຳ ​ແລະ ພັກ​ເສລີ​ປະຊາທິປະໄຕຣັດ​ເຊຍຈະ​ເຂົ້າ​ສູ່​ສະພາ​ດູ​ມາ​ຣັດ​ເຊຍ​​ໃນຊຸດ​ໜ້າ.ພັກທ້ອນ​ໂຮມຣັດ​ເຊຍ​ເປັນ​ເອກະ​ພາບຍັງ​ແມ່ນ​ພັກ​ໃຫຍ່​ທີ່​ສຸດໃນ​ສະພາ​ດູ​ມາ, ​ແຕ່​ພັກ​ຝ່າຍ​ຄ້ານ​​ໄດ້​ຕຳ​ໜິ​ການ​ປ່ອນ​ບັດ​ເທື່ອ​ນີ້​​ໄດ້​ລະ​ເມີດ​ຂໍ້​ກຳນົດກົດ​ລະບຽບ.

ນອກ​ນີ້ ຂ່າວ​ແຈ້ງວ່າ, ພັກຣັດ​ເຊຍ​ທ່ຽງ​ທຳ​​ໄດ້​ເລືອກ​​ເອົາ​ທ່ານ​ເຊີ​ເກ ​ມິ​ໂລ​ນົຟ ຜູ່​ນຳ​ພັກ​ດັ່ງກ່າວ​ ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ປະທານາທິບໍດີຣັດ​ເຊຍ​ທີ່​ຈະ​ຈັດ​ຂຶ້ນ​ໃນ​​ເດືອນ​ມີນາ​ປີ2012. ກ່ອນ​ໜ້າ​ນີ້, ພັກທ້ອນ​ໂຮມຣັດ​ເຊຍ​ເປັນ​ເອກະ​ພາບ​ໄດ້​ສະ​ເໜີ​ຊື່​​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ນາຍົກ​ລັດຖະມົນຕີຣັ​ດ​ເຊຍຄົນ​ປັດຈຸບັນ​ໃນ​ພັກ​ຂອງ​ຕົນ​ເປັນ​ຜູ່​ສະໝັກ​ຮັບ​ການ​ເລືອກ​ຕັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ