ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເ​ທດຈີນ​ກ່າວ​ວ່າ,​ຈີນ​ແມ່ນ​ຜູ່​ເຂົ້າ​ຮ່ວມ​ອັນ​ຕັ້ງໜ້າ​ຂອງປະຊາ​ຄົມ​ໂລກທີ່​ຊຸກຍູ້​ໃຫ້​ເອີ​ລົບ​ຜ່ານ​ຜ່າ​ວິ​ກິດ​ການ

(GMT+08:00) 2011-12-11 15:09:12     cri

ວັນທີ 10 ທັນວາ​ນີ້, ນາງ​ຟູ້ອີ໋ງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເ​ທດຈີນ​ທີ່​ພວມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ນະ​ໂຍບາຍ​ໂລກ​ຄັ້ງ​ທີ 4 ຢູ່​ນະຄອນຫຼວງວຽນປະ​ເທດ​ໂອ​ຕິຼສນັ້ນ​ຊີ້​ອອກ​ວ່າ,ຈີນ​ແມ່ນ​ຜູ່​ເຂົ້າ​ຮ່ວມ​ອັນ​ຕັ້ງໜ້າ​ຂອງ​ປະຊາ​ຄົມ​ໂລກທີ່​ຊຸກ​ຍູ້​ໃຫ້​ເອີ​ລົບ​ສາມາດຜ່ານ​ຜ່າ​ວິ​ກິດ​ການ​ໄປ​ໄດ້, ​ແລະກໍ່​ຫວັງ​ວ່າ​​ເອີ​ລົບຈະສ້າງ​ບັນຍາກາດ​ທີ່​ດີງາມ​ເພື່ອ​​​ໃຫ້​ຈີນ​ກັບ​ເອີ​ລົບ​ເປີດ​ກວ້າງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ​ໂດຍ​ສະ​ເພາະ​ແມ່ນ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຂອງ​ປະ​ເທດທີ່ພວມ​ພັດທະນາ​ຕ່າງໆ ​ເຊິ່ງລວມທັງ​ຈີນ.

ໃນ​ກອງ​ປະຊຸມ​ນະ​ໂຍບາຍ​ໂລກ​ຄັ້ງ​ທີ 4 ທີ່​ຈັດ​ຂຶ້ນ​ໃນວັນ​ທີ 10 ທັນວາ​ນີ້, ນາງ​ຟູ້ອີ໋ງກ່າວ​ວ່າ,ສະຫະພາບ​ເອີ​ລົບ​ແມ່ນ​ອົງ​ກອນ​ເສ​ດຖະກິດ​ໃຫຍ່​ທີ່​ສຸດຂອງ​ໂລກ,ມີ​ກຳລັງ​ແຮງ​ໃນ​ດ້ານ​ເສ​ດຖະກິດຢ່າງແທ້ຈິງ, ​ເອີ​ລົບ​ຕ້ອງການ​ບໍ່​ແມ່ນ​"ຜູ່​ກອບ​ກູ້" ຫາກ​ແມ່ນ​ຄູ່​ຮ່ວມ​ມື​ສາກົນ​ທີ່​ຕ່າງ​ຝ່າຍຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ຈີນ​​ເຫັນ​ວ່າ, ຄວນ​ມີຄວາມ​ໝັ້ນ​ໃຈ​ຕໍ່​ເສດຖະກິດ​ເອີ​ລົບ ​ແລະ ​ເຂດ​ໃຊ້​ເງິນ​​ເອີ​ໂຣ, ​ແລະເຊື່ອ​ໝັ້ນວ່າ​ເອີ​ລົບ​ມີ​ສະຕິ​ປັນຍາ ​ແລະ ຄວາມ​ສາມາດ​ຊອກ​ພົບ​ວິທີ​ແກ້​ໄຂ​ໄດ້.

ນາງ​ຟູ້ອີ໋ງຍັງ​ຊີ້​ອອກ​ວ່າ, ນອກຈາກ​ກາ​ນຮ່ວມມື​ໃນ​ຂົງ​ເຂດ​ການ​ເງິນ, ຈີນ​ກໍ່​ພວມ​ຕັ້ງໜ້າ​ເປີດ​ກວ້າງ​ການ​ນຳ​ເຂົ້າສິນຄ້າ, ຫາລື​ຊ່ອງ​ທາງ​ທີ່​ເພິ່ມທະວີ​ການ​ລົງທຶນ​​ໃນເອີ​ລົບ, ​ໄດ້​​ໃຫ້​ການ​ຊ່ວຍ​ເຫຼືອ​ອັນແທ້​ຈິງ​​ແລະສຳຄັນ​​ເພື່ອ​ໃຫ້​ເອີ​ລົບ​ສ້າງ​ໂອກາດ​ປະກອບ​ອາຊີບ ​ແລະ ຟື້ນ​ຟູ​ເສ​ດຖະກິດ​​​ໃຫ້ເຕີບ​ໂຕ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ