ເຈັດ​ຕົວ​ເມືອງ​ຂອງ​ຈີນ​ຈະ​ຮ່ວມກັນຮ້ອງ​ຂໍ​​​ໃຫ້"​ເສັ້ນທາງ​ສາຍ​ໄໝທາງທະ​ເລ"ຂຶ້ນ​ທະບຽນ​​ເປັນມໍລະດົກ​ໂລກ​ທາງ​ດ້ານ​ວັດທະນະທຳ

(GMT+08:00) 2011-12-11 15:30:50     cri

ວັນ​ທີ 10 ທັນວາ​ນີ້, ​ຢູ່​ທີ່​ເມືອງ​ນີງ​ໂປ່,ເຈັດ​ຕົວ​ເມືອງ​ແຄມ​ຝັ່ງ​ທະ​ເລ ​ຄື,​ເປີ​ຍ​ໄຫ, ກວາງ​ໂຈ່​ວ, ຈ່າງໂຈ່​ວ, ຊວນ​ໂຈ່​ວ, ໝິງ​ໂຈ່​ວ,ຢ໋າງ​ໂຈ່​ວ ​ແລະ ​​ເຕີ່ງ​ໂຈ່​ວ​ໄດ້ ຮ້ອງ​ຂໍ​ໃຫ້​​ເສັ້ນທາ​ງສາຍ​ໄໝ​ທາງ​ທະ​ເລ​ຂຶ້ນ​ທະບຽນ​ມໍລະດົກ​ໂລກທາງ​ດ້ານ​ວັດ​ທະນະ​ທຳ.

ຜູ່​ຕາງໜ້າ​ຂອງ​ເຈັດ​ຕົວ​​ເມືອງ​ດັ່ງກ່າວ​ໄດ້​​ເຊັນ​ໂຄງການ​ປະຕິບັດ​ງານ​ທີ່​ກ່ຽວຂ້ອງ, ສະ​ເໜີ​ວ່າ​ຈະ​ສ້າງ​ກົນ​ໄກທີ່​ມີ​ປະສິດທິ​ຜົນ​ຍາວ​ນານທີ່ພ້ອມ​ກັນ​ຊົມ​ໃຊ້​ເຊື່ອມ​ໂຍງ​ເຂົ້າກັນ ​ແລະ ພ້ອມ​ກັນ​ປະສານ​ງານກັນ ​ເພື່ອຈັດ​ວາງ​ແຜນການ​ກ່ຽວກັບ​ວຽກ​ງານ​ຄົ້ນ​ຄວ້າ,ປົກ​ປັກ​ຮັກສາ,ນຳ​ໃຊ້​ມໍ​ລະ​ດົກ​ວັດທະນະທຳ ​ແລະ ຮ້ອງ​ຂໍ​​ໃຫ້"ເສັ້ນທາງສາຍ​ໄໝທາງທະ​ເລ"ຂອງ 7 ຕົວ​ເມືອງຂຶ້ນ​ທະບຽນ​ເປັນ​ມໍລະດົກ​ໂລກ.


ຂ່າວ​ແຈ້ງ​ວ່າ, ຢູ່​ເຂດ​ແຄມ​ຝັ່ງ​ທະ​ເລ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ເຊິ່ງຈາກ​ເຂດ​ສາມຫຼ່ຽມ​ແມ່​ນ້ຳ​​ຢາງ​ຊີກຽງ​ຮອດ​ເຂດ​ສາມຫຼ່ຽມ​ແມ່​ນ້ຳ​ຈູ​ຈ່ຽງ, ​ເມືອງເປີ​ຍ​ໄຫ, ກວາງ​ໂຈ່​ວ, ຈ່າງ​ໂຈ່​ວ, ຊວນ​ໂຈ່​ວ, ໝິງໂຈ່​ວ,ຢ໋າງ​ໂຈ່​ວ ​ແລະ ​​ເຕີ່ງ​ໂຈ່​ວ ນັບ​ແຕ່​ບູຮານ​ນະ​ການມາ​ກໍ່​ແມ່ນ​ທ່າ​ກຳ​ປັ່ນອອກ​ສູ່ທະ​ເລທີ່ສຳຄັນ​ຂອງ​ຈີນ, ​​ແລະ​ຫຼັງ​ສັດຕະວັດ​ທີ 19 ສະ​ໄໝ​ມໍ່​ມາ​ນີ້​ຈົນ​ຮອດ​ປະຈຸ​ບັນ​ກໍ່​ແມ່ນ​ທ່າ​ກຳ​ປັ່ນ​ຂົນ​ສົ່ງ​ສິນຄ້າ.

ອີງ​ຕາມ​ສະຖິຕິ​ຫຼ້າ​ສຸດ, ມາຮອດ​ທ້າຍ​ເດືອນ​ພະຈິກ​ປີ2011, ​ຍອດ​ຈຳນວນ​ໂຄງການ​ຂອງ​ຈີນ​ທີ່​ຖືກ​ຈັດ​​ເຂົ້າ​ໃນ​ລາຍ​ຊື່​ມໍ​ລະ​ດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຂອງອົງການສຶກສາ,ວິທະຍາສາດ ​ແລະ ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດ ຫຼື UNESCO​ໄດ້​ມີ 36 ລາຍ, ກາຍ​ເປັນ​ປະ​ເທດ​ທີ່​ມີ​ໂຄງການມໍ​ລະ​ດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ