ກອງ​ປະຊຸມ​​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດເດີ​ບານ​​ໄດ້​ຮັບ​ໝາກຜົນ​ອັນ​ຕັ້ງໜ້າ

(GMT+08:00) 2011-12-11 15:57:16     cri

ຕາມ​ຂ່າວCRI: ຕອນ​ເຊົ້າ​ວັນ​ທີ 11 ທັນວາ​ນີ້, ທ່ານ​​ເຊ້​​ເຈີ້ນ​ຮວາ ຫົວ​ໜ້າ​ຄະນະ​ຜູ່​​ແທນ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດເດີ​ບານ​ສະຫະ​ປະຊາ​ຊາດກ່າວ​ວ່າ, ຈີນ​ສະໜັບສະໜູນ​ຂໍ້​ຕົກລົງ​ຕ່າງໆ​ຂອງ​ກອງ​ປະຊຸມ​ເດີ​ບານ.

ມື້​ດຽວ​ກັນ ກອງ​ປະຊຸມ​ຝ່າຍ​ເຊັນ​ສົນທິສັນຍາ​ຂອບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 17 ​ແລະ ກອງ​ປະຊຸມ​ຝ່າຍ​ເຊັນອະນຸ​ສັນຍາ​ກຽວ​ ​ໂຕ​ຄັ້ງ​ທີ 7 ທີ່​​​ໄດ້​ດຳ​ເນີນ​ມາເປັນ​ເວລາ 14 ວັນ​ໄດ້​ອັດ​ລົງ​ຢູ່​ເດີ​ບານ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຫຼັງ​ກອງ​ປະຊຸມ, ທ່ານ​ເຊ້​ເຈີ້ນ​ຮວາ​ກ່າວ​ວ່າ, ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ຍຶດໝັ້ນອະນຸ​ສັນຍາ​ກຽວໂຕ, ​​ແລະໄດ້​ຈັດ​ວາງ​ແຜນການ​ຕໍ່​ບັນຫາການ​ປະຕິບັດໃຫ້​ຄຳ​ໝັ້ນ​ສັນຍາ​ໄລ​ຍະ​ທີ2​ຂອງອະນຸ​ສັນຍາ​ກຽວ​​ໂຕ​ທີ່​ປະ​ເທດ​ພວມພັດທະນາ​ສົນ​ໃຈ​ຫຼາຍ​ທີ່​ສຸດ,ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ສຳຄັນ​ໃນ​ບັນຫາ​ເງິ​ນທຶນ ​ແລະ ​ໄດ້​ເລິ່ມ​ນຳໃຊ້​ມູນ​ນິທິ​ດິນ​ຟ້າ​ອາກາດ​ສີຂຽວ. ທ່ານ​ກ່າວ​ວ່າ, ຝ່າຍ​ຈີນ​ຮູ້ສຶກ​ດີ​ໃຈ​ຕໍ່​​ຜົນງານ​​ເຫຼົ່າ​ນີ້.

ກອງ​ປະຊຸມ​ຍັງ​ເຮັດ​ໃຫ້ການຈັດ​ວາງ​ກົນ​ໄກ​​ແນ່ນອນ ​ແລະ ລະອຽດຕື່ມ​ອີກບົນ​ພື້ນຖານ​ສັນຍາ​ຄານ​ຄຸນ,ແລະ​ໄດ້ລົງ​ເລິກປຶກສາ​ຫາລືແຜນການ​ເພິ່ມທະວີການ​ປະຕິບັດ​ສົນທິສັນຍາ​ຕື່ມ​ອີກ​ຫຼັງ​ປີ2020, ​ເຮັດ​ໃຫ້ຂະ​ບວນວິວັດ​ທີ່​ກ່ຽວຂ້ອງ​​ຈະ​ແຈ້ງ​ແລະ​ແນ່ນອນ, ສົ່ງ​ສັນຍານ​ອັນ​ຕັ້ງໜ້າ​ຕໍ່​ປະຊາ​ຄົມ​ໂລກ.

ມື້​ດຽວ​ກັນ, ​ໃນ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ທີ່​ໃຫ້​ສື່​ມວນ​ຊົນ,ຄະນະ​ຜູ່​ແທນ​ຈີນ​ຍັງກ່າວ​ວ່າ, ກອງ​ປະຊຸມ​ເດີ​ບານ​ຍັງ​ບໍ່​ທັນ​ສຳ​ເລັດ​ການ​ເຈ​ລະ​ຈາ"​ແຜນ​ດຳ​ເນີນ​ງານບາ​ຫຼີ"ທັງ​ໝົດ, ການຈັດ​ຕັ້ງປະ​ຕິ​ບັດຜົນ​ສຳ​ເລັດຂອງ​ກອງ​ປະຊຸມ​ຄານ​ຄຸນ ​ແລະ ​ເດີ​ບານ​ຍັງ​ຕ້ອງການ​ເວລາ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ