ເຮືອ​ລາດຕະ​ເວນ​ຮ່ວມ​ຈີນ​ລາວ​ມຽນມາ​ໄທ​ເຂົ້າ​ສູ່​ເຂດ​ສາມຫຼ່ຽມ​ຄຳ

(GMT+08:00) 2011-12-12 11:22:08     cri
ວັນ​ທີ11ທັນວາ​ນີ້, ​ເຮືອ​ລາດຕະ​ເວນ​ຮ່ວມ​ຈີນ​ລາວ​ມຽນມາ​ແລະ​ໄທ​ພ້ອມ​ກັບ​ເຮືອ​ສິນຄ້າ10ລຳ​ໄດ້​ເຂົ້າ​ສູ່​ທາງ​ເດີນ​ເຮືອ​ລະ​ຫວ່າງ​ຊາດ​ຕາມ​ລຳ​ແມ່​ນ້ຳຂອງເຂດ​ສາມ​ຫຼ່ຽມ​ຄຳຊຶ່ງ​ເປັນ​ຈຸດ​ເຊື່ອມ​ຕໍ່​ລະຫວ່າງ​ລາວ, ມຽນມາ, ​ແລະ​ໄທ​ແລ້ວ. ​ໂດຍ​ແນ​ໃສ່​ສະ​ພາບ​ການ​ອາຍາ​ດ້ານ​ຢາ​ເສບຕິດ​ອັນ​ຂ້ຽວຂາດ​ຢູ່​ເຂດ​ນີ້, ການ​ລາດຕະ​ເວນຮ່ວມ​ແລະ​ປະຕິບັດ​ກົດໝາຍ​ຂອງ​4ປະ​ເທດ​ຈະ​ຖື​ການ​ຕໍ່ຕ້ານ​ແລະ​ປາບ​ປາມ​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ເປັນ​ໜ້າ​ທີ່​ສຳຄັນ​ອັນ​ໜຶ່ງ.

ສະ​ພາບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ເຂດ​ສາມຫຼ່ຽມ​ຄຳ​ມີ​ຄວາມ​ສັບສົນ​ຫຼາຍ, ບັນ​ຫາ​ການ​ຄ້າ​ຢາ​ເສບ​ຕິດຍັງ​ມີ​ຢູ່​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ, ການ​ກະທຳ​ຜິດ​ໃນ​ການຄາ​ຢາ​ເສບ​ຕິດ​ມີ​ຈຸດ​ພິ​ເສດ​ແບບ​ຫັນ​ເປັນ​ສາກົນ​ແລະ​ມີ​ການຈັດ​ຕັ້ງທີ່​ເຂັ້ມ​ແຂງ​ກວ່າ​ເກົ່າ. ​ໃນ​ປີ​ມໍ່ໆ​ມາ​ນີ້, ກົນ​ໄກ​ການຮ່ວມ​ມື​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ​ລະຫວ່າງ​ຈີນ​ກັບ​ລາວ, ມຽນມາ​ແລະ​ໄທ​ໃນ​ການ​ສະ​ກັດ​ກັ້ນ​ແລະ​ປາບ​ປາມຢາ​ເສບ​ຕິດ​ໄດ້​ຮັບ​ການ​ປັບປຸງ​​ໃຫ້​ດີ​ຂຶ້ນ​ເລື້ອຍໆ, ​ໃນ​ເບື້ອງ​ຕົ້ນ​ໄດ້​ສ້າງ​ກົນ​ໄກ​ຮ່ວມ​ມື​​ໃນ​ການ​ສະ​ກັດ​ກັ້ນ​ແລະ​ປາບ​ປາມຢາ​ເສບ​ຕິດ​ທັງໃນ​ລະດັບ​ສູນ​ກາງ, ລະດັບ​ແຂວງ​ແລະ​ລະດັບ​ທ້ອງ​ຖິ່ນຊາຍ​ແດນ,​ ​ໄດ້​ແກ້​ໄຂ​ຄະ​ດີ​ຄ້າ​ຂາຍ​ຢາ​ເສບຕິດ​ຂ້າມ​ຊາດ​ຂະໜາດ​ໃຫຍ່​ຫຼາຍ​ເທື່ອ, ​ເຊິ່ງ​ໄດ້​ໂຈມ​ຕີ​ການ​ກະທຳ​ຜິດ​ໃນ​ຂະບວນ​ການ​ຄ້າຢາ​ເສບ​ຕິດ​ຂ້າມ​ຊາດ. ​ໃນ​ຕໍ່ໜ້າ​ນີ້, ຈີນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ສະ​ກັດ​ກັ້ນ​ແລະ​ປາບ​ປາມຢາ​ເສບ​ຕິດ​ກັບປະ​ເທດ​ທີ່​ກ່ຽວ​ຂ້ອງ​ຢູ່​ຕາມ​ລຳ​ແມ່​ນ້ຳ​ຂອງ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ສາມ​ຫຼ່ຽມ​ຄຳ, ຕັ້ງໜ້າ​ດຳ​ເນີນ​ການ​ປະຕິບັດ​ກົດໝາຍ​ຮ່ວມ​ແບບ​ສອງ​ຝ່າຍ​ແລະ​ໃນບໍລິ​ເວນ​ພາກ​ພື້ນ, ພ້ອມ​ກັນ​ຕໍ່ຕ້ານ​ການ​ຜະລິດ​ແລະ​ຄ້າຂາຍ​ຢາ​ເສບ​ຕິດ​ຂ້າມ​ຊາດ, ​ໃຊ້​ມາດ​ຕະການ​ຕົວ​ຈິງ​ເພື່ອ​ທັບ​ມ້າງ​ກຸ່ມ​ແລະ​ເຄືອ​ຂ່າຍ​ຄ້າ​ຢາ​ເສບ​ຕິດ​ໃນ​ພາກ​ພື້ນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ