ກອງ​ປະຊຸມ​ສົນ​ທະ​ນາ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວາມ​ປອດ​ໄພ​ຈີນ​ກັບ​ອາ​ຊຽນ​ຄັ້ງ​ທີ2ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

(GMT+08:00) 2011-12-12 14:42:13     cri
ຕາມ​ຂ່າວ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ: ວັນ​ທີ12​ທັນວາ​ນີ້, ກອງ​ປະຊຸມ​ສົນທ​ະນາ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວາມ​ປອດ​ໄພ​ລະຫວ່າງ​ຈີນ​ກັບ​ອາຊຽນຄັ້ງ​ທີ2​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ, ຜູ້ຕາງ​ໜ້າ​ຈາກ​ພາກ​ສ່ວນ​​ທີ່​ກ່ຽວຂ້ອງ​ແລະ​ອົງການ​ຄົ້ນ​ຄວ້າ​ວຽກ​ງານປ້ອງ​ກັນ​ປະ​ເທດລວມ​31ຄົນ​ຂອງ10​ປະ​ເທດອາ​ຊຽນ​, ຈີນ, ​ແລະ​ກອງ​ເລຂາ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້.

ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ"ຈີນ​ກັບ​ອາ​ຊຽນ, ຄວາມປອ​ດ​ໄພ, ຄວນ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຮ່ວມ​ມື​ກັນ", ​ໃນ​ກອງ​ປະຊຸມ​ທີ່​ຈະ​ດຳ​ເນີນ​ເປັນ​ເວລາ2ວັນ, ຜູ້​ຮ່ວມ​ປະຊຸມ​ຈະຄົ້ນຄວ້າ​ແລະ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໂດຍ​ສຸມ​​ໃສ່3ຫົວ​ຂໍ້, ຄື: "ການ​ຂະຫຍາຍ​ຕົວ​ໃໝ່​ຂອງ​ສະພາບ​ຄວາມ​ປອດ​ໄພ​ດ້ານ​ວຽກ​ງານປ້ອງ​ກັນ​ຄວາມ​ສະຫງົບຢູ່​ພາກ​ພື້ນ​ອາຊີ​ປາຊິ​ຟິກ​ພາຍ​ໃຕ້​ວິ​ກິດ​ການ​ການ​ເງິນ", "ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນດ້ານ​ຄວາມ​ປອດ​ໄພ​ພາຍ​​ໃນຂອບ​ກົນ​ໄກ​ຄວາມ​ປອດ​ໄພ​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ​ແລະ​ຄົ້ນຄວ້າ​ການ​ສ້າງສາ​ລະບຽບ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຄວາມ​ປອດ​ໄພ","ຄົ້ນ​ຄວ້າ​ກ່ຽວ​ກັບ​ຈີນ​ແລະອາ​ຊຽນດຳ​ເນີນ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​​ໃນ​ຮູບ​ແບບ​ໃໝ່ຢ່າງ​ມີ​ປະສິດທິ​ຜົນ".

ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ຜູ້​ແທນ​ຈີນ​ຈະ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ, ​ເຊັ່ນ, "ການ​ປ່ຽນ​ແປງ​ຂອງ​ອິດ​ທິ​ກຳ​ລັງ​ສາກົນ​ໃນ​ດ້ານ​ຕ່າງໆ​ແລະ​ຄວາ​ມປອດ​ໄພ​ຂອງ​ອາຊີ​ປາ​ຊິ​ຟິກ", "ການ​ປ່ຽນ​ແປງ​ໃໝ່ດ້ານ​ນະ​ໂຍບາຍ​ຂອງ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ອາຊີ​ປາຊິ​ຟິກ", "ຄຳ​ເຫັນ​ຂອງ​ຈີນ​ກ່ຽວ​ກັບ​ອາ​ຊຽນດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ", "ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ພາຍ​ໃນ​ຂອບ​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ", "ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ໃນ​ຮູບ​ແບບ​ໃໝ່", ​ແລະ​ຈະ​ແລກປ່ຽນ​ບົດຮຽນ, ຄຳ​ຄິດ​ຄຳ​ເຫັນ​ນຳ​ຜູ້​ຮ່ວມ​ປະຊຸມ​ອື່ນໆ​ຢ່າງ​ເລິກ​ເຊິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ