ຫຼາຍ​ປະ​ເທດ​​ແລະ​ອົງການຈັດ​ຕັ້ງ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ຜົນສຳ​ເລັດ​ໃນ​ກອງ​ປະຊຸມ​ດິນ​ຟ້າ​ອາກາດ​ເດີບານ

(GMT+08:00) 2011-12-12 18:12:33     cri
ວັນ​ທີ11ທັນວາ​ນີ້, ກອງ​ປະຊຸມ​ດິນ​ຟ້າ​ອາກາດ​ເດີ​ບານ​ໄດ້​ຮັບຮອງ​ຜ່ານ​ມະຕິ​ສະບັບ​ໜຶ່ງ,ຕົກລົງ​ຈະປະຕິບັດ​ຄຳ​ໝັ້ນ​ສັນຍາ​ໄລຍະ​ທີ2​ໃນ​ "ອະນຸ​ສັນຍາ​ກຽວ​ໂຕ"​ແລະ​​​ເລີ່​ມດຳ​ເນີນ​ຈັດ​ຕັ້ງກອງ​ທຶນ​ດິນ​ຟ້າ​ອາກາດ​ສີຂຽວ​ແລະ​ອື່ນໆ. ຫຼາຍ​ປະ​ເທດ​​ແລະ​ອົງການ​ຈັດ​ຕັ້ງໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ,ຄຽງ​ຄູ່​ກັນ​ນີ້​ກໍ່​ມີ​ບາງ​ປະ​ເທດ​ແລະ​ອົງການ​ສາກົນ​ຈຳນວນ​ໜຶ່ງ​ຕຳນິຕິ​ຊົມບາງປະ​ເທດ​ທີ່​​ໄດ້​ພັດທະນາ​ແລ້ວນອກຈາກ​ທີ່ບໍ່​ມີ​ຄວາມຮັບຜິດຊອບ​ແລ້ວ​ຍັງ​ກີດຂວາງ​ຂະ​ບວນການປຶກສາ​ຫາລື.

ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ອອກ​ຖະ​ແຫຼ​ງການສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ.

ທ່ານ​ໄມ​ທີ ​ໂຄ​ອານາ ມັຊາ​ບາ​ນ, ປະທານ​​ກອງ​ປະຊຸມ​ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​​ການ​ພົວພັນ​ແລະ​ການ​ຮ່ວມ​ມື​ສາກົນ​ປະ​ເທດ​ອາ​ຟຼິກາ​ໃຕ້ກ່າວ​ວ່າ,ການ​​ເຈລະຈາ​ກັນກ່ຽວ​ກັບ​ດິນ​ຟ້າ​ອາກາດ​ຄັ້ງ​ນີ້​ໄດ້​ຍຶດໝັ້ນ​​ໂຄງ​ປະກອບ​ຫຼາຍ​ຝ່າຍ,ຫຼັກການ​ຄວາມ​ໂປ່​ງ​ໃສ​ແລະ​ຫຼັກ​ການ​ຊຸກຍູ້​ຂອງຜູ້​ເປັນ​ພາຄີ​ສົນ​ທິສັນຍາ.

ທ່ານ​ນາງດິວມາ ຣຸສຊີ​ຟ,ປະທານາທິບໍດີ​ເບຼຊິນກ່າວ​ວ່າ,ຮູ້ສຶກ​​ເພິ່ງ​ພໍ​ໃຈ​ຫຼາຍ​ຕໍ່​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ແລະປະກົດ​ການ​ຂອງ​ເບຼຊິນ​ໃນ​ການ​​ເຈລະຈາ,ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໄດ້​ໃຫ້​ພະລັງ​ຊີວິດ​​ໃໝ່​ແກ່ "ອະນຸ​ສັນຍາ​ກຽວ​ໂຕ".

ຄະນະ​ກຳມາທິການ​ສະຫະພາບ​ເອີ​ລົບ​ອອກປະກາດ​ແຈ້ງ​ການ​ວ່າ,ສະຫະພາບ​ເອີ​ລົບ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຝ່າຍ​ຕ່າງໆ​ທີ່ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​​ໃນທີ່​ສຸດໃນ​ກອງ​ປະຊຸມດິນ​ຟ້າ​ອາກາດ​ເດີ​ບານ,ນີ້​ແມ່ນ "ຄວາມ​ບຸກຕະລຸ​ຄັ້ງ​ທາງ​ປະຫວັດສາດ"​​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

​ໃນ​ປະ​ເທດ​ທີ່​​ພັດທະນາ​​ແລ້ວ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເດີບານ,ລວມມີອາ​ເມ​ລິ​ກາ,ຍີ່ປຸ່ນ,ກາ​ນາ​ດາມີ​ທ່າທີ​ທາງ​ລົບ​ຕໍ່​ອະນຸ​ສັນຍາ​ກຽວ​ໂຕ,ຮ້າຍແຮງ​ກວ່າ​ນັ້ນອີກ​ແມ່ນ​ອາ​ເມ​ລິ​ກາບໍ່​​ໄດ້​ເຂົ້າ​ຮ່ວມ​ເປັນ​ພາຄີ​ສົນທິສັນຍາ​ກຽວ​ໂຕ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ