ປະທານາທິບໍ​ດີ​ຣັດ​ເຊຍ​ສະ​ແດງ​ຄວາມ​ເຫັນ​ຕໍ່​ງານ​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ການ​ເລືອກຕັ້ງ​ຢ່າງ​ຂະໜາດ​ໃຫຍ່

(GMT+08:00) 2011-12-12 13:22:23     cri
ຕາມ​ຂ່າວCRI: ຕອນ​ແລງ​ວັນ​ທີ11ທັນວາ​ນີ້, ທີ່ທ່ານ​​ດີມີຕຣິ ​ເມດ​ເວ​ເດ​ຟ ປະທານາທິບໍດີຣັດ​ເຊຍ​​​ໄດ້​ສະ​ແດງ​ຄວາມ​ເຫັນ​ຜ່ານ​ທາງ​ເວ​ບ​ໄຊ"​​ເຟສ​ບຸກ"​ກ່ຽວ​ກັບ​ງານ​ໂຮມຊຸມນຸມ​ປະທ້ວງຂະໜາດ​ໃຫຍ່​ຊຶ່ງ​ມີຈຳນວນ​2ໝື່ນ5ພັນ​ຄົນ​ເຂົ້າຮ່ວມ​ທີ່​ເກີດຂຶ້ນ ຢູ່​ນະ​ຄອນ​ຫຼວງມົສກູ​​ໃນ​ວັນ​ທີ10ທັນວາ​ນີ້ວ່າ, ​ເຫັນ​ດີງານ​ໂຮມ​ຊຸມນຸມ​ແລະ​ການກ່າວຄຳ​ເຫັນ​ຢ່າງ​ມີ​ປະຊາທິປະ​ໄຕຂອງ​ປະຊາຊົນ, ​ແຕ່​ບໍ່​ເຫັນ​ດີ​ນຳ​ຄຳ​ປະທ້ວງ​ທີ່​​ໄສວ່າມມີ​ການສໍ້​ໂກງ​​ໃນ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ10ທັນວານີ້, ​ແລະ​ຮຽກ ຮ້ອງ​ໃຫ້​ພິສູດ​ວ່າ​ຂະ​ບວນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ບໍ່​ມີ​ການລະ​ເມີດກົດ ໝາຍ.

ທ່ານ​​ດີມີຕຣິ ​ເມດ​ເວ​ເດ​ຟ​​ກ່າວ​ວ່າ, ອີງ​ຕາມ​ລັດຖະທຳ​ມະນູນ​ຂອງສະຫະພັນ​ຣັດ​ເຊຍ, ປະຊາ​ຊົນມມີ​ສິດ​ເສລີໃນ​ການ​ກ່າວ​ຄຳ​ເຫັນ​ແລະ​ຈັດ​ງານ​ໂຮມ​ຊຸມນຸມ. ກ່ຽວ​ກັບ​ງານໂຮມຊຸມນຸມ​ປະທ້ວງຢ່າງ​ຂະໜາດ​ໃຫຍ່ທີ່​​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ມົສກູ​ໃນ​ມໍ່ໆ​ນີ້, ທ່ານ​ກ່າວ​ວ່າ: "ປະຊາຊົນ​ມີ​ສິດ​ສະ​ແດງ​ຫຼັກ​ໝັ້ນຂອງຕົນ",​​ແລະ​​​ໄດ້​ຢືນຢັນ​ວ່າງານ​ໂຮມ​ຊຸມນຸມ​ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ມົສກູ​ໃນ​ວັນ​ທີ​10​ທັນວາ​ນີ້​​ໄດ້​ດຳ​ເນີນ​ໃນ​ຂອບ​ເຂດ​ການກກຳນົດຂອງ​ກົດໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ