ທ່ານຫູ​ຈີນ​ທາວ​ກ່າວ​ວ່າ, ຈີນ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດມາ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ

(GMT+08:00) 2011-12-12 10:43:35     cri
ວັນ​ທີ 11 ທັນວາ​ນີ້, "ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ລະດັບ​ສູງ​ກ່ຽວ​ກັບ​ຈີນ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ​ຄົບຮອບ 10 ປີ" ​ໄດ້ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ. ​ໃນ​ກອງ​ປະຊຸມ, ທ່ານ​ຫູ​ຈີນ​ທາວ, ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ, ການ​ກະທຳ​ໄດ້​ຢັ້ງຢືນ​ວ່າ, ຈີນ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ, ​​​ໄດ້ເປີດ​ກວ້າງ​ການ​​ໄຂ​ປະຕູ​ສູ່​ພາຍ​ນອກ, ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ມາໃຫ້​​ປະຊາຊົນຈີນ 1 ຕື້ 300 ລ້ານ​ຄົນ​ແລະກໍ່​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​​ເໝືອນ​ກັນ.

ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ​ໃນ 10 ປີ​ທີ່​ຜ່ານ​ມາ, ຈີນ​ໄດ້​ສະໜອງ​ເງິນ​ຊ່ວຍ​ເຫຼືອ​ໃນ​ດ້ານ​ຕ່າງໆ​ໃຫ້​ຕ່າງປະ​ເທດຫຼາຍກວ່າ 170 ຕື້ຢວນ, ​​ໄດ້​ຍົກ​ເວັ້ນ​ໜີ້​ສິນ​ເກືອບ 30 ຕື້​ຢວນ​ໃຫ້​ແກ່ 50 ປະ​ເທດ​ທຸກ​ຍາກ​ແລະ ​30 ປະ​ເທດ​ດ້ອຍ​ພັດທະນາທີ່​ເຖິງ​ວັນ​ກຳນົດຕິດ​ໜີ້​ສິນ​, ​ໄດ້​ອົບຮົມ​ພະນັກງານ​​ໃນ​ດ້ານຕ່າງໆ 6 ໝື່ນ​ກວ່າ​ຄົນ​ໃຫ້​ 173 ປະ​ເທດ​ທີ່​ພວມ​ພັດທະນາ​ແລະ​ 13 ອົງການຈັດ​ຕັ້ງ​ສາກົນ​ໃນ​ພາກ​ພື້ນ, ​ໄດ້​ເພີ່​ມຄວາມ​ສາມາດ​​ໃນ​ການພັດທະນາ​ຕົນ​ເອງ​ຂອງ​ປະ​ເທດ​ທີ່​ຮັບ​ການ​ເຊື່ອຍ​ເຫຼືອ.

ຜູ້​ແທນ​ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມຕ່າງ​ກໍ່​ໄດ້​ກ່າວ​ຊົມ​ເຊີຍ​ຢ່າງຕັ້ງໜ້າ​​ຕໍ່​ຜົນສຳ​ເລັດ​ທີ່​ຈີນ​ໄດ້​ຮັບ​ໃນ 10 ປີ​​ແຕ່ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ​ເປັນ​ຕົ້ນ​ມາ.

ທ່ານສຸພະ​ໄຊ ພານິດ​ຊະ​ພັກ​, ​ເລຂາທິການ​ໃຫຍ່​ຂອງ​ກອງ​ປະຊຸມ​ການ​ຄ້າ​ແລະ​ການ​ພັດທະນາ​ຂອງສະຫະ​ປະຊາ​ຊາດ​ກ່າວ​ວ່າ, "ຈີນ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ​ໄດ້​ນຳ​ເອົາ​ການ​ປ່ຽນ​ແປງທີ່​ສຳຄັນ​ໃຫ້​​ແກ່​ຈີນ, ກໍ່​ຄືພາກ​ພື້ນ​ອື່ນໆ​ໃນ​ໂລກ​ແລະ​ກົນ​ໄກ​ການ​ຄ້າຫຼາຍຝ່າຍ", ປະ​ເທດ​ທີ່​ພວມ​ພັດທະນາ​ຕ້ອງການ​ນະ​ໂຍບາຍ​ແລະ​ເງື່ອນ​ໄຂ​ທາງ​ດ້ານ​ເຕັກນິກ​ທີ່​ສົມ​ເຫດ​ສົມ​ຜົນ​​ເຂົ້າໃນການ​ພັດທະນາ, ​ຊຶ່ງ​ບັນຫາ​ເຫຼົ່ານີ້, ຈີນ​ມີ​ບົດຮຽນຢ່າງຫຼວງຫຼາຍ​ແລະສາມາດ​​ແລກປ່ຽນ​ກັບປະ​ເທດອື່ນໆ.

ທ່ານນາ​ໂອະ​ຢູກິ ຊິໂນ​ຮາຣະ, ຮອງ​ຜູ້ອຳນວຍການ​ໃຫຍ່​ອົງການ​ກອງ​ທຶນ​ເງິນຕາ​ສາກົນ​ກ່າວ​ວ່າ, ​ໃນ​ທົ່ວ​ໂລກ, ມີປະຊາຊົນ​ຈຳນວນຫຼວງຫຼາຍ​ໄດ້​ຮັບ​ຜົນປະ​ໂຫຍ​ດຈາກການ​ເຊື່ອມ​ໂຍງ​ເຂົ້າ​ໃນ​ເສດຖະກິດ​ທົ່ວ​ໂລກ​ຂອງ​ຈີນ. ວິ​ສາ​ຫະກິດ​ຕ່າງປະ​ເທດ​ກໍ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃນ​ການ​ລົງທຶນ​ດຳ​ເນີນ​ການ​ຜະລິດ​ຢູ່​ຈີນຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ