ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ກ່າວ​ວ່າ, ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ​ແມ່ນ​ການ​ເລືອກ​ເອົາ​ດ້ານ​ອະ​ທິ​ປະ​ໄຕ​ຂອງ​ຈີນ

(GMT+08:00) 2011-12-12 14:06:29     cri
ວັນ​ທີ 11 ທັນວາ​ນີ້, ທ່ານ​ກໍ​ເດນ ບຣາວ, ອະດີດ​ນາຍົກ​ລັດຖະ​ມົນຕີ​ອັງກິດ​ທີ່​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ດ້ານ​ການ​ເງິນ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ກວາງ​ໂຈ່ວຂອງ​ຈີນ​ໄດ້​ກ່າວ​ວ່າ, ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ແມ່ນການ​​ເລືອກ​​ເອົາດ້ານ​ອະທິປະ​ໄຕ​ຂອງ​ຈີນ​, ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ຄວນ​ສຸມ​ກຳລັງ​​ເຂົ້າ​ໃນ​ການ​ຊຸ​ກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຕົນ, ຊຸກ​ຍູ້​ການພົວພັນ​ການ​ຄ້າ​ກັບ​ຈີນ, ​ແຕ່ບໍ່​ຄວນ​ຫຍຸ້ງ​ນຳ​ແຕ່​ບັນຫາ​ອັດຕາ​ແລກ​ປ່ຽນ​ເງິນຕາ.

ທ່ານບຣາວ​ກ່າວ​ວ່າ, ປະ​ເທດ​ຕາ​ເວັນ​ຕົກຄວນ​ຊອກ​ຫາ​ຫົນທາງ​ໃນ​ການ​​ເຊັນ​ສັນຍາ​ກັບ​ຈີນ, ​ເພື່ອ​ຫຼຸດການ​ຂາດ​ດຸນ​ການ​ຄ້າ​ກັບ​ຈີນ, ບໍ່​ຈຳ​ເປັນ​ຫຍຸ້ງ​ນຳ​ແຕ່​ອັດຕາ​ແລກປ່ຽນ​ເງິນຕາ, ສ່ຽງ​​ໄພ "ສົງຄາມ​ອັດຕາ​ແລກປ່ຽນ​ເງິນຕາ". ຈີນ​ມີ​ຄວາມສາມາດ​ໃນ​ການ​ພະຍາຍາມ​ຊຸກ​ຍູ້ການ​ບໍລິ​ໂພກ, ​​ເພີ່ມທະວີ​ການ​ນຳ​ເຂົ້າ​ສິນຄ້າ, ນີ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ຈີນ, ພ້ອມ​ກັນ​ນັ້ນ, ກໍ່​ມີ​ຜົນ​ດີ​ຕໍ່​ການ​​ເປີດ​ກວ້າງ​ຊ່ອງ​ຫວ່າງ​​ໃນ​ການ​ພັດທະນາ​ຂອງ​ເສດຖະກິດ​ໂລກ.

ທ່ານ​ບຣາວ​ຍັງ​ກ່າວ​ວ່າ, ​ເອີ​ລົບ​ຮັກສາທ່າ​ທີ​ທີ່​ຕັ້ງ​ໜ້າທີ່​ສຸດ, ຍິນດີ​ຕ້ອນຮັບ​ປະ​ເທດ​ຕ່າງໆ​ເຊິ່ງ​ລວມທັງ​ຈີນ​ໄປ​ລົງທຶນ. ທ່ານ​ເຊື່ອ​ວ່າ, ​ເອີ​ລົບ​ກໍ່ມີ​ຄວາມ​ສາມາດ​ທີ່​ຈະກາຍ​ເປັນ​ກຳລັງ​ແຮງ​ສໍາຄັນ​ໜຶ່ງ​ເພື່ອ​ຊຸກ​ຍູ້​ໃຫ້​ເສດຖະກິດ​ໂລກ​ເຕີບ​ໂຕ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ