ອະດີດນາຍົກລັດຖະມົນຕີອັງກິດກ່າວວ່າ, ອັດຕາແລກປ່ຽນເງິນຢວນຈີນແມ່ນການເລືອກເອົາດ້ານອະທິປະໄຕຂອງຈີນ
(GMT+08:00) 2011-12-12 14:06:41 cri
ວັນທີ 11 ທັນວານີ້, ທ່ານກໍເດນ ບຣາວ, ອະດີດນາຍົກລັດຖະມົນຕີອັງກິດທີ່ໄປເຂົ້າຮ່ວມກອງປະຊຸມສຸດຍອດດ້ານການເງິນທີ່ຈັດຂຶ້ນຢູ່ນະຄອນກວາງໂຈ່ວຂອງຈີນໄດ້ກ່າວວ່າ, ອັດຕາແລກປ່ຽນເງິນຢວນຈີນແມ່ນການເລືອກເອົາດ້ານອະທິປະໄຕຂອງຈີນ, ເອີລົບແລະອາເມລິກາຄວນສຸມກຳລັງເຂົ້າໃນການຊຸກຍູ້ການເຕີບໂຕດ້ານເສດຖະກິດຂອງຕົນ, ຊຸກຍູ້ການພົວພັນການຄ້າກັບຈີນ, ແຕ່ບໍ່ຄວນຫຍຸ້ງນຳແຕ່ບັນຫາອັດຕາແລກປ່ຽນເງິນຕາ.
ທ່ານບຣາວກ່າວວ່າ, ປະເທດຕາເວັນຕົກຄວນຊອກຫາຫົນທາງໃນການເຊັນສັນຍາກັບຈີນ, ເພື່ອຫຼຸດການຂາດດຸນການຄ້າກັບຈີນ, ບໍ່ຈຳເປັນຫຍຸ້ງນຳແຕ່ອັດຕາແລກປ່ຽນເງິນຕາ, ສ່ຽງໄພ "ສົງຄາມອັດຕາແລກປ່ຽນເງິນຕາ". ຈີນມີຄວາມສາມາດໃນການພະຍາຍາມຊຸກຍູ້ການບໍລິໂພກ, ເພີ່ມທະວີການນຳເຂົ້າສິນຄ້າ, ນີ້ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງຈີນ, ພ້ອມກັນນັ້ນ, ກໍ່ມີຜົນດີຕໍ່ການເປີດກວ້າງຊ່ອງຫວ່າງໃນການພັດທະນາຂອງເສດຖະກິດໂລກ.
ທ່ານບຣາວຍັງກ່າວວ່າ, ເອີລົບຮັກສາທ່າທີທີ່ຕັ້ງໜ້າທີ່ສຸດ, ຍິນດີຕ້ອນຮັບປະເທດຕ່າງໆເຊິ່ງລວມທັງຈີນໄປລົງທຶນ. ທ່ານເຊື່ອວ່າ, ເອີລົບກໍ່ມີຄວາມສາມາດທີ່ຈະກາຍເປັນກຳລັງແຮງສໍາຄັນໜຶ່ງເພື່ອຊຸກຍູ້ໃຫ້ເສດຖະກິດໂລກເຕີບໂຕ.