ເຈົ້າ​ໜ້າ​ທີ່​ຈີນ​ກ່າວ​ວ່າ, ຫວັງ​​ໃຫ້​ສື່​ມວນ​ຊົນຕາ​ເວັນ​ຕົກ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ ​ສິດ​ຊັບ​ສິນ​ທາງ​ປັນຍາ​ຈີນຕາມ​ຕົວ​ຈິງ​ແລະ​ຮອບດ້ານ

(GMT+08:00) 2011-12-12 16:11:43     cri
ຫວ່າງ​ມໍ່ໆ​ນີ້, ​ໃນ​ເວລາ​ເຂົ້າ​ຮ່ວມ "ງານ​ສຳ​ມະ​ນາ​ສິດ​ຊັບ​ສິນ​ທາງ​ປັນຍາ​ຈີນ​ອັງກິດ" ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງລອນ​ດອນ ປະ​ເທດ​ອັງກິດ, ທ່ານ​ທຽນ​ລີ້​ຜູ, ຫົວໜ້າ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ປະກົດ​ການ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ​ບໍ່ໜັກໜ່ວງ​ກວ່າ​ປະ​ເທດ​ອື່ນ, ​ແຕ່​ສື່​ມວນ​ຊົນ​ຕາ​ເວັນ​ຕົກ​ພັດ​ໄດ້​ໃຫ້ "ຄວາມ​ເອົາ​ໃຈ​ໃສ່" ຫຼາຍ​ເປັນພິ​ເສດ​ຕໍ່​ຈີນ, ນີ້​ແມ່ນ​ສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້​ຄົນ​ໃນຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​​ແລະ​ປະຊາຊົນ​ເກີດ​ມີ​ຄວາມ​ເຂົ້າ​ໃຈ​ຜິດຕໍ່​ຈີນ, ຈີນຫວັງ​​ໃຫ້​ສື່​ມວນ​ຊົນ​ຕາ​ເວັນ​ຕົກ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ສິດ​ຊັບ​ສິນ​ທາງ​ປັນຍາ​ຈີນ​​ໃຫ້​ຖືກຕ້ອງ​ຕາມ​ຄວາມ​ເປັນຈິງ​ແລະ​ຮອບດ້ານ.

ທ່ານ​ທຽນ​ລີ້​ຜູ​ຍັງ​ກ່າວ​ວ່າ, ຈີນ​ໄດ້​ຍົກ​ເອົາ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາຂຶ້ນ​ເປັນ​ຍຸດ​ທະ​ສາດ​ແຫ່ງ​ຊາດ, ຈີນ​ຍິນ​ດີ​ດຳ​ເນີນ​ການ​ແລກປ່ຽນ​ແລະ​ການ​ສົນທະນາກັບປະ​ເທດ​ຕ່າງໆ​ໃນ​ໂລກ​ກ່ຽວ​ກັບ​ສິດ​ຊັບ​ສິນ​ທາງ​ປັນຍາ, ​ໃນ​ດ້ານ​ການ​ປະດິດ​ສ້າງ​ໃໝ່​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ, ການຈັດ​ຊື້​ຂອງ​ລັດຖະບານ​ແລະ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ, ຈີນ​ຈະ​ປະຕິບັດ​ຕາມຫຼັກການທີ່ສະ​ເໝີ​ພາບ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ