ໜັງສືພິມ​​ ເຢິນມິນ​ຢື້​ປ້າວ ​ຂອງ​ ຈີນ ເຫັນ ​ວ່າ,​ ​ພາຍຫຼັງ ເຂົ້າ​ເປັນ ​ສະມາຊິກ ອົງການ ​ການ​ຄ້າ​ ໂລກ (WTO) 10ປີ​ ເປັນ​ຕົ້ນ ​ມາ,ຈີນ ​ຄວນ​ ສັງ​ເກດ ​ໂລກ ​ແລະ​ ຈີນ​ ດ້ວຍ ​ສາຍຕາ ອັນ ​ກວ້າງ ​ຂວາງ​ ກວ່າ​ ເກົ່າ

(GMT+08:00) 2011-12-12 17:31:38     cri

ວັນ ​ທີ12 ທັນວາ​ ນີ້, ໜັງສືພິມ ​ເຢິນມິນ​ຢື້​ປ້າວ ​ຂອງ​ ຈີນ​ ໄດ້​ ລົງພິມ ​ບົດຄວາມ ຊີ້​ອອກ ​ວ່າ, ຈີນ​ ໄດ້​ ເຂົ້າ​​ ເປັນ ​ສະມາຊິກ WTO 10ປີ, ​ໃນ​ ບັນຫາ​ ນີ້, ຄວນ​ເວົ້າ​ ວ່າ ບົນ​ ພື້ນຖານ ​ຄວາມ​ຮັບ​ຮູ້ ​ຄື​ກັນ​ ຂອງ​ປະຊາ​ຄົມ ໂລກ​; ຈີນ​ ໄດ້​ ເຂົ້າ​ ເປັນ​ ສະມາຊິກ WTO​ ​​ເປີດ​ກວ້າງ​ ການ ​​ເປີດ​ປະຕູ​ ສູ່​ ພາຍ​ນອກ, ​ໄດ້ ມີ ​ຜົນ​ດີ ​ຕໍ່​ ປະຊາຊົນ​ ຈີນ 1300 ລ້ານ​ຄົນ, ​ແລະ ກໍ່ ​ມີ ​ຜົນ​ດີ​ ຕໍ່ ​ປະຊາຊົນ ​ປະ​ເທດ ຕ່າງໆ​ ໃນ​ໂລກ. ຄວາມ​ຮັບ​ຮູ້​ ຄື​ກັນ​ ອັນ​ ເປັນ ​ພື້ນຖານ​ ນີ້​​ ໄດ້ ຈໍ່​ ຕົວ​ຂຶ້ນ​​ ໂດຍ​ ບໍ່​ງ່າຍ, ຕ້ອງ ການ​ ພວກ​​ເຮົາ​ ມີ​ ການ​ກຶກກອງ​ ຢ່າງ​ ເລິກ​ເຊິ່ງ.

ບົດຄວາມ ​ເ​ຫັນ​ວ່າ, ພາຍຫຼັງ ​ເຂົ້າ​ ເປັນ ​ສະມາຊິກ WTO 10ປີ, ຈີນ​ ປະຕິບັດ​ ຄຳ​ໝັ້ນ​ ສັນຍາ​​ ໃນ ​ເວລາ​ ຮ້ອງ​ຂໍ​ ຕໍ່WTO ​ຢ່າງ ຮອບດ້ານ, ຍຶດໝັ້ນ​ ໃນ ​ການ​ ປະຕິບັດ ​ນະ​ໂຍບາຍ​ ເປີດ​ ປະຕູ​ ສູ່​ ພາຍ​ນອກ​ທີ່​ ສະ​ເໝີ​ພາບ, ຮ່ວມ​ມື​ ແລະ​ ຕ່າງ​ຝ່າຍ​ ຕ່າງ​ມີ​ ຜົນ​ປະ​​ໂຫຍ​ດ,​ ​ແລະ ​ຕັ້ງໜ້າ​ ຫາບ​ແບກ ​ໜ້າ​ທີ່ ​ຮັບຜິດຊອບ ຕໍ່​ ສາກົນ, ພະຍາຍາມ ​ຊຸກຍູ້​ ບັນດາ​ ປະ​ເທດ ​ພັດທະນາ​ ຮ່ວມ​ກັນ. ຖ້າ​ ບໍ່​ມີ ສິ່ງ​ ເ​ຫຼົ່ານີ້, ກໍ່​ ຈະ​ບໍ່​ ມີ​ສະພາບ​ ອັນ​ ດີງາມ​ ທີ່ ​ຈີນ​ ກັບ ​ບັນດາ ​ປະ​ເທດ ​ໃນ​ ໂລກ​ ຕ່າງ​ຝ່າຍ​ຕ່າງ​ມີ​ ຜົນ​ປະ​ໂຫຍ​ດ, ຄວາມ​​ເຫັນ ທີ່​ວ່າ"ການ​ພັດທະນາ​ ຂອງ​ ຈີນ​ ຂາດ​ໂລກ ​ບໍ່​ໄດ້,ຄວາມ​ ຈະ​ເລີ​ນ ຮຸ່ງ​ເຮືອງ ​ແລະ ສະຖຽນ​ລະ​ພາບ ຂອງ ​ໂລກ​ ກໍ່​ຂາດ​ ຈີນ ​ບໍ່​ໄດ້" ​ເມື່ອ​ ເປັນ ​ເຊັ່ນ​ນັ້ນ​ ກໍ່​ບໍ່ ​ສາມາດ ​ເຂົ້າ ​ເຖິງ​ ຈິດ​ໃຈ​ ຂອງ​ ບັນດາ​ ປະຊາຊົນ​ ໃນ​ ທົ່ວ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ