ນະຄອນ​ນານ​ກິ່ງ​ຈັດພິທີ​ໄວ້ອາ​ໄລ​ດ້ວຍ​ແສງ​ທຽນ​ເຖິງ​ຜູ້​ເສຍ​ຊີວິດ​ໃນ​ການ​ສັງຫານ​ໃຫຍ່​ນານ​ກິ່ງ

(GMT+08:00) 2011-12-13 10:26:03     cri
ຕອນ​ຄ່ຳ​ວັນ​ທີ12ທັນວາ​ນີ້, ຕົວແທນ​ຄູ​ສອນ​ອາຈານ​ແລະ​ນັກ​ຮຽນ​ຂອງ​ໂຮງຮຽນ​ປະຖົມ​ຈຳນວນ​ໜຶ່ງ, ບຸກ​ຄົນ​ວົງ​ການ​ພຸດ​ທະ​ສາ​ສະ​ໜາ,ຄູບາ​ສາມະ​ເນນ, ​ເຈົ້າ​ໜ້າ​ທີ່​ຄົ້ນຄວ້າ​ເຫດ​ການ​ສັງຫານ​ໃຫຍ່​ນານ​ກິ່ງຂອງ​ນະ​ຄອນ​ນານ​ກິ່ງຈີນ​ພ້ອມ​ດ້ວຍ​ເພື່ອນ​ມິດສາ​ກົນ​ຈາກ​ສ.​ເກົາຫຼີ​ແລະ​ຍີ່ປຸ່ນ​ໄດ້​ຈັດ​ພິທີ​ໄວ້ອາ​ໄລ​ດ້ວຍ​ການໄຕ້​ທຽນ, ​ເພື່ອ​ໄວ້ອາ​ໄລ​ຕໍ່​ປະຊາ​ຊົນ​ນານ​ກິ່ງ3​ແສນ​ຄົນ​ຖືກ​ສັງ​ຫານ​ຄົບ​ຮອບ74ປີ.

ວັນ​ທີ13ທັນວາ1937, ກອງທັບ​ຍີ່ປຸ່ນ​ຜູ້​ຮຸກ​ຮານ​ຈີນ​ໄດ້​ຍຶດຄອງ​ນະຄອນ​ນານ​ກິ່ງ, ຫຼັງ​ຈາກ​ນັ້ນ​ໜຶ່ງ​ເດືອນ​ກວ່າ, ທະ​ຫານ​ຍີ່ປຸ່ນ​ຜູ້​ຮຸກ​ຮານ​ຈີນ​ໄດ້​ສັງຫານ​ປະຊາ​ຊົນ​ຈີນ​ແລະ​ທະຫານ​ຈີນ​ຜູ້​ທີ່ໄດ້​ວາງ​ອາວຸດ​ແລ້ວ​ຢ່າງ​ໂຫດຮ້າຍ​ປ່າ​ເຖື່ອນ​ທີ່ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ