ອາ​ເມ​ລິ​ກາ​ຮຽກຮ້ອງ​ໃຫ້​ອີຣານ​ສົ່ງ​ຊາກ​ຍົນ​ແບບບໍ່​ມີ​ຄົນ​ຂັບ​ທີ່​ຖືກ​ຍິງ​ຕົກ​ຢູ່​ອີ​ຣານ​ຄືນ ອີຣານ​ກ່າວ​ວ່າ​ຈະ​ລອກ​ແບບ​ຜະລິດ​ຍົນ​ແບບ​ບໍ່​ມີ​ຄົນ​ຂັບ​ຂອງ​ອາ​ເມ​ລິ​ກາ

(GMT+08:00) 2011-12-13 10:53:39     cri
ຫຼັງ​ຈາກອີຣານ​ປະກາດ​ວ່າ​ໄດ້ຍິງ​ຍົນ​ສອດ​ແນມ​​ແບບ​ບໍ່​ມີ​ຄົນ​ຂັບ​ຂອງ​ອາ​ເມ​ລິ​ກາທີ່​ພວມປະ​ຕິບັດ​ໜ້າ​ທີ່​ໃນ​ການ​ສອດ​ແນມ​ຢູ່​ນ່ານຟ້າ​ພາກ​ຕາ​ເວັນ​ອອກ​ຂອງ​ອີຣານ​ຕົກ​​ໃນ​ວັນ​ທີ4ທັນວາ​ນີ້, ຕໍ່​ມາ​ໃນວັນ​ທີ12​ທັນວາ​ນີ້, ທ່ານ​ບາຣັກ ​ໂອ​ບາ​ມາ, ປະ​ທາ​ນາທິ​ບໍດີ​ອາ​ເມ​ລິ​ກາ​ກ່າວ​ວາ, ອາ​ເມ​ລິ​ກາ​ໄດ້​ຮຽກຮ້ອງ​​ໃຫ້​ອີຣານສົ່ງ​ຊາກ​ຍົນ​ດັ່ງກ່າວ​ຄືນ​ໃຫ້​ແກ່​ອາ​ເມລິ​ກາ.

ນີ້​ແມ່ນ​ອາ​ເມ​ລິ​ກາ​ຢືນຢັນ​ຢ່າງ​ເປີດ​ເຜີຍ​ເປັນ​ຄັ້ງ​ທຳ​ອິດ​ວ່າ, ຍົນ​ສອດ​ແນມ​​ແບບ​ບໍ່​ມີ​ຄົນ​ຂັບ​ທີ່​ຫາຍ​ສາບ​ສູນນັ້ນ​ຢູ່​​ອີຣານ. ມື້​ດຽວ​ກັນ, ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ຈາກ​ການ​ພົບປະ​ເຈລະ​ຈາ​ກັບ​ທ່ານ​ນູຣີ ອັນ ມາ​ລີ​ຄີ, ນາຍົກ​ລັດ​ຖະມົນ​ຕີອີ​ຣັກທີ່​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ, ທ່ານ​ໂອ​ບາ​ມາ​ກ່າວ​ວ່າ, ອາ​ເມ​ລິ​ກາ​ພວມລໍ​ຖ້າ​ຄຳ​ຕອບ​ຂອງ​ອີຣານ​ຢູ່.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ອາ​ເມ​ລິ​ກາ​ກ່າວ​ຕະຫຼອດ​ມາ​ວ່າ, ຍົນ​​ແບບ​ບໍ່​ມີ​ຄົນ​ຂັບ​ລຳ​ນີ້​ແມ່ນກົມ​ຂ່າວ​ລັບ​ສູນ​ກາງ​ອາ​ເມ​ລິ​ກາ​ເປັນ​ຜູ້ນຳ​ໃຊ້​ແລະ​ຕົກ​ຍ້ອນ​ເຄື່ອງ​ຈັກ​ຂັດຂ້ອງ.

ສື່​ມວນ​ຊົນ​ອີຣານ​ລາຍ​ງານ​ວ່າ, ທ່ານ​ຊາ​ອິດ ຈາລີ​ລີ, ຫົວໜ້າ​ຜູ້​ຕາງ​ໜ້າ​ອີຣານ​ໃນ​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ, ​ເລຂາ​ຄະ​ນະ​ກຳມະ​ການ​ຮັກສາ​ຄວາ​ມ ໝັ້ນຄົງ​ແຫ່ງ​ຊາດ​ສູງ​ສຸດ​ຂອງ​ອີຣານ​ໄດ້​ເດີນທາງ​ໄປ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ຢູ່​ນະ​ຄອນ​ຫຼວງ​ມົສກູ​ແຫ່ງຣັດ​ເຊຍ, ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຂອງ​ຍົນ​​ສອດ​ແນມແບບ​ບໍ່​ມີ​ຄົນ​ຂັບ​ຂອງ​ອາ​ເມ​ລິ​ກາ.

ນອກ​ນີ້, ວັນ​ທີ12ທັນວາ​ນີ້, ທ່ານ​ຮູ​ຊາ​ອິນ ອິບຼາຮີ​ມ, ຮອງ​ປະທານ​ກຳມາທິການ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ແລະ​ການ​ພົວພັນ​ກັບ​ຕ່າງ​ປະ​ເທດຂອງ​ລັດຖະ​ສະພາ​ອີຣານ​ກ່າວ​ວ່າ, ​ອີຣານຈະ​ລອກ​ແບບ​ຜະລິດ​ຍົນ​ສອດ​ແນນ​​ແບບ​ບໍ່​ມີ​ຄົນ​ຂັບ​RQ-170ລຳ​ນີ້ຂອງ​ອາ​ເມ​ລິ​ກາ​ໃນ​ເວລາ​ມໍ່ໆ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ