ຈີນ​ເຕືອນໃຫ້​ອາ​ເມ​ລິ​ກາ​ຈົ່ງ​ຢຸດຕິການ​ຕຳ​ໜິຕິຕຽນ​ບັນຫາ​ສິດທິ​ມະນຸດ​ຂອງ​ປະ​ເທດ​ອື່ນ​ແລ້ວ​ຫັນ​ມາ​ສຳ​ຫຼວດຕົນ​ເອງ​ໃນ​ດ້ານ​ນີ້ຄືນ​ໃໝ່

(GMT+08:00) 2011-12-13 16:07:53     cri
ວັນ​ທີ13​ທັນວາ​ນີ້,ທ່ານ​ຫຼິວ​ເວີຍ​ມິນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອ​ບຄຳ​ຖາມ​ຂອງ​ນັກ​ຂ່າວກ່ຽວ​ກັບອາ​ເມ​ລິ​ກາ​ກ່າວ​ຖ້ອຍ​ຄວາມ​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້,ທ່ານ​ຫຼີວ​ເວີຍ​ມິນ​ກ່າວ​ວ່າ,ຈີນ​ເຕືອນ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​ຢຸດຕິ​ການ​ຕຳ​ໜິ​ຕິ​ຕຽນ​ບັນຫາ​ສິດທິ​ມະນຸດ​ຂອງ​ປະ​ເທດ​ອື່ນ,​ແລ້ວ​ຫັນ​ມາສຳ​ຫຼວດຕົນ​ເອງ​ໃນ​ດ້ານ​ນີ້​​ໃຫ້​ຫຼາຍ​ກວ່າ​ເກົ່າ.

ເນື່ອງ​ໃນ​ໂອກາດ​ວັນ​ສິດທິ​ມະນຸດ​ໂລກ​ໃກ້​ຈະ​ວຽນມາ​ເຖິງ,ທ່ານ​ນາງ​ຮີ​ວ​ຣາ​ຣີ​ຄຼິນ​ຕັນ ລັດ​ຖະ​ມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ກ່າວ​ປາ​ຖະ​ກະ​ຖາ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ,​ເສລີພາບ​ທາງ​ດ້ານ​ອິນ​ເຕີ​ເນັດ​ແລະ​ບັນຫາ​ອື່ນໆ.ທ່ານ​ຫຼີ້ວ​ເວີຍ​ມິນ​ກ່າວ​ວ່າ,​ລັດ​ຖະ​ບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​​ໃນ​ການ​ຮັບປະກັນ​ສິດ​ພື້ນຖານ​ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ​ເຜົ່າ​ຕ່າງໆ,ປົກ​ປ້ອງ​ສິດ​ເສ​ລີ​ພາບ​ໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ​ຂອງ​ພົນ​ລະ​ເມືອງ​ຕາມ​ກົດ​ໝາຍ.​ວຽກ​ງານ​ສິດທິ​ມະນຸດ​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ,​ນີ້​ແມ່ນ​ສິ່ງ​ໄດ້​ຊາວ​ໂລກ​ໃຜໆ​ກໍ່​ໄດ້​ຮູ້​ໄດ້​ເຫັນ.​ຈີນ​ຍິນ​ດີ​ດຳ​ເນີນ​ການ​ສົນ​ທະ​ນາ​ກັບ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ບັນ​ຫາ​ສິດ​ທິ​ມະ​ນຸດ​ຢູ່​ບົນ​ພື້ນ​ຖານ​ທີ່​ສະ​ເໝີ​ພາບ​ແລະ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ,​ແຕ່​ວ່າ​ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ລິ​ກາ​ສວຍ​ໃຊ້​ບັນ​ຫາ​ສິດ​ທິ​ມະ​ນຸດ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ.

ທ່ານ​ຫຼີ້ວ​ເວີຍ​ມິນ​ຍັງ​ກ່າວ​ວ່າ,ຈີນ​ແມ່ນ​ປະ​ເທດ​ທີ່​ປົກຄອງ​ຕາມ​ກົດໝາຍ,​ແລະ​ໄດ້​​ແກ້​ໄຂ​ຄະດີ​ທີ່ກ່ຽວຂ້ອງ​ຕາມ​ກົດໝາຍ.ອາ​ເມ​ລິ​ກາ​ບໍ່​ມີ​ສິດ​​ເຂົ້າ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ແລະສິດ​ອຳນາດ​ອະທິປະ​ໄຕ​ທາງ​ດ້ານ​ຕຸລາການ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ