ກົດໝາຍ​ວ່າ​ດ້ວຍ​ແຜນການ​ປະຕິ​ຮູບ​ເພື່ອ​ເພີ່ມ​ທະ​ວີ​ການ​ແກ້​ໄຂ​ບັນ​ຫາ​ເສດ​ຖະ​ກິດ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ໄວໆ​ນີ້

(GMT+08:00) 2011-12-13 16:20:48     cri
ກົດໝາຍ​ວ່າ​ດ້ວຍ​ແຜນການ​ປະຕິ​ຮູ​ບທີ່​ມີ​ຈຸດປະສົງ​ເພື່ອ​ເພີ່ມ​ທະວີ​ການ​ແກ້​ໄຂ​ບັນຫາເສດຖະກິດ​ຂອງ​ສະຫະພາບ​ເອີ​ລົບ​ຫຼື​ເຂດ​ໃຊ້​ເງິນ​ເອີ​ໂຣຕາມ​ເວລາ​ກຳນົດ​ແລ້ວ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ13​ທັນວາ​ນີ້,ນີ້​ເປັນ​ການ​ປະຕິ​ຮູບ​ຄັ້ງສຳຄັນ​ທີ່​ສຸດ​ພາຍຫຼັງ​ວິ​ກິດ​ການ​ໜີ້​ສິນ​ຂອງ​ສະຫະພາບ​ເອີ​ລົບ​ເກີດ​ຂຶ້ນ.

ຕາມ​ຖະ​ແຫຼ​ງຂ່າວ​ຂອງ​ຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ລົບ,ກົດໝາຍ​​ແຜນການ​ປະຕິ​ຮູບ​ສະບັບ​ນີ້​ປະກອບ​ດ້ວຍ​ກົດ​ໝາຍ​6​ສະ​ບັບ,​ເນື້ອ​ໃນ​ຕົ້ນ​ຕໍ​ລວມ​ມີ​ທັງ​ການ​ເພີ່ມ​ທະ​ວີ​ຄວາມ​ເຂັ້ມ​ງວດ​ໃນ​ການ​ປະຕິບັດ​ລະບຽບວິ​ໄນ​ທາງ​ດ້ານ​ການ​ເງິນ​ຂອງ​ສະຫະພາບ​ເອີ​ລົບ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ໃຊ້​ເງິນ​ເອີ​ໂຣ,​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຕໍ່​ເສດ​ຖະ​ກິດ​ແລະ​ການ​ເງິນ​ຂອງ​ປະ​ເທດ​ສະມາຊິກ,​ເພີ່ມ​ການ​ປະສານ​ງານ​ທາງ​ດ້ານ​ນະ​ໂຍບາຍ​ເສດ​ຖະ​ກິດ​ລະຫວ່າງ​ປະ​ເທດ​ສະມາຊິກ​ແລະ​ອື່ນໆ​ເພື່ອ​ປັບປຸງ​ລະບົບການ​ຄຸ້ມ​ຄອງ​​ເສດຖະກິດ​ຂອງ​ສະຫະພາບ​ເອີ​ລົບ​ແລະ​ເຂດ​ໃຊ້​ເງິນ​ເອີ​ໂຣ​ໃຫ້​ດີ​ຂຶ້ນ,​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ວິ​ກິດ​ການ​ໜີ້​ສິນ​ເກີດ​ຂຶ້ນ​ອີກ.

ໃນ​ດ້ານ​ເພີ່ມ​ຄວາມ​ເຂັ້ມ​ງວດ​​ໃນ​ການ​ປະຕິບັດ​ລະບຽບ​ວິ​ໄນ​ທາງ​ດ້ານ​ການ​ເງິນ,ກົດໝາຍ6​ສະບັບນັ້ນຍັງ​ໄດ້​ມີ​ການ​ດັດ​ແກ້​ເນື້ອ​ໃນ​ຈຳນວນ​ຫຼວງ​ຫຼາຍ​ຂອງ​ສົນ​ທິສັນຍາ​ຄວາມ​ໝັ້ນ​ທ່ຽງ​ແລະ​ການ​ເຕີບ​ໂຕ​ຂອງ​ສະຫະພາບ​ເອີ​ລົບ,ຊຶ່ງ​​ເລີ່​ມລົງມື​ຈາກ2​ດ້ານ​ຄື​ມີ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ການ​ລົງ​ໂທດ,​ເພື່ອ​ຜູກ​ມັດ​ໃຫ້​ປະ​ເທດ​ສະມາຊິກ​ເຄົາ​ລົບ​ປະ​ຕິ​ບັດ​ຕາມ​ລະບຽບ​ວິ​ໃນ​ທາງ​ດ້ານ​ການ​ເງິນ.ກົດໝາຍ​ສະບັບ​ໃໝ່​ຍັງ​ໄດ້​ດັດ​ແກ້​ແນວ​ຄິດ​ຕິດຕາມ​ຄຸ້ມ​ຄອງ​ການ​ເງິນ​ແບບ​ເນັ້ນ​ໜັກ​ໃສ່​ຂຸມ​ການ​ເງິນ,ຖື​ເບົາ​ເລື່ອງ​ໜີ້​ສິນ,​ໃຊ້​ມາດ​ຕະການ​ເຂັ້ມງວດກວ່າ​ເກົ່າ​ເພື່ອ​ຮຽກຮ້ອງ​ໃຫ້​ປະ​ເທດ​ສະມາຊິກ​ຄວບ​ຄຸມ​ລະດັບ​ໜີ້​ສິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ