ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ9ຂອງ​ຄະນະ​ກຳມະການ​ມິດຕະພາບ ສັນຕິພາບ​ແລະ​ການ​ພັດທະນາ​ຈີນ-ຣັດ​ເຊຍ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ

(GMT+08:00) 2011-12-13 17:19:51     cri
ວັນ​ທີ13ທັນວາ​ນີ້, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ9ຂອງ​ຄະນະ​ກຳມະການ​ມິດຕະພາບ ສັນຕິພາບ​ແລະ​ການ​ພັດທະນາ​ຈີນ-ຣັດ​ເຊຍ​​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງຂອງ​ຈີນ. ຫົວ​ຂໍ້​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ຄັ້ງນີ້​ແມ່ນ: ​​ເຜີຍ​ແຜ່​ທັດສະນະ​ຄະຕິ​ທີ່​ມີໄມຕີ​ຈິດ​ມິດຕະພາບ​ແບບ​ຍຸກສະ​ໄໝ​ຈີນ-ຣັດ​ເຊຍ, ​ເພີ່​ມທະວີພື້ນຖານ​ມະຕິຊົນຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຫູ​ຈິນທ່າວ,ປະທານ​ປະ​ເທດ​ຈີນ​​ແລະ​ທ່ານ​ດີ​ມີຕຼີ ​ເມັດ​ເວ​ເດັຟ,ປະທານາທິບໍດີຣັດ​ເຊຍ​ໄດ້​ສົ່ງ​ຄຳ​ຊົມ​ເຊີຍ​ໄປ​ຍັງ​ກອງ​ປະຊຸມ.

ທ່ານ​ຫູ​ຈິນທ່າວ​ກ່າວ​ໃນ​ຄຳຊົມ​ເຊີຍວ່າ,ຈີນ​ກັບຣັດ​ເຊຍ​ໄດ້​ຕົກລົງຈະ​ຮ່ວມ​ກັນສຸມ​ກຳລັງ​ເຂົ້າ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ຄູ່​ປະສານ​ງານຍຸດ​ທະ​ສາດ​ຮອບດ້ານ​ທີ່​ສະ​ເໝີ​ພາບ​ກັນ,ມີ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ກັນ,ສະໜັບສະໜູນ​ກັນ,ພ້ອມ​ກັນຈະ​ເລີ​ນຮຸ່ງ​ເຮືອງ,​ທຸກ​ເຊັ່ນ​ຄົນດ້ວຍ​ຄວາມ​ມີໄມ​ຕີ​ຈິດ​ມິດຕະພາບ​.ຫວັງ​ວ່າ​ຄະນະ​ກຳມະການ​​ມິດຕະພາບ ສັນຕິພາບ​ແລະ​ການ​ພັດທະນາ​ຈີນ-ຣັດ​ເຊຍ​ອີງ​ຕາມ​ເປົ້າ​ໝາຍ​​ແລະ​ທິດ​ທາງໃໝ່​ໃນ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ,ສືບ​ຕໍ່​ຍຶດໝັ້ນ​​ຈິດ​ໃຈ​ໃນ​ "ສົນທິສັນຍາຈີນ-ຣັດ​ເຊຍ​ວ່າ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນຄຽງ​ແລະ​ການ​ຮ່ວມ​ມື",ປະດິດ​ສ້າງ​ແນວ​ຄິດ​ວຽກ​ງານ​,​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື,ດຶງ​ດູດ​ວົງ​ການ​ຕ່າງໆ​ໃນ​ສັງຄົມ​ຂອງ​ສອງ​ປະ​ເທດ,​ໂດຍ​ສະ​ເພາະ​ແມ່ນ​ຊຸກຍູ້ໃຫ້​ຊາວ​ໜຸ່ມ​​ເຂົ້າ​ຮ່ວມ​ວຽກ​ງານ​ໄມຕີ​ຈິດ​ມິດຕະພາບ​ຈີນ-ຣັດ​ເຊຍ,ພະຍາຍາມ​ສ້າງ​ສະ​ພາບ​ການ​ໃໝ່​ໃນ​ການ​​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​ສອງ​ຊາດ.

ທ່ານ​ດີ​ມີຕຼີ ​ເມັດ​ເວ​ເດັຟກ່າວ​ວ່າ,​ເຊື່ອ​ວ່າ​ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ປັບປຸງພື້ນຖານ​ສັງຄົມດ້ານ​ການ​ພົວພັນ​ລະຫວ່າງຣັດ​ເຊຍ-​ຈີນ,ສ້າງ​ອະນາຄົດ​ໃໝ່​ໃນ​ການ​ພັດທະນາ​ວັດທະນະທຳ​ແລະ​ການ​ຮ່ວມ​ມື​ທີ່ມີ​ການ​ກະທຳຕົວ​ຈິງ​ລະຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ